ຕາໜ່າງໄຟຟ້າ ລາວ-ຈີນ ສາມາດສົ່ງໄຟຟ້າໃຫ້ກັນ ແລະ ກັນເປັນຄັ້ງທຳອິດ

ວັນທີ 20 ມິຖຸນາ ປີ 2022 ນີ້, ເຂື່ອນໄຟຟ້ານ້ຳທາ ຂອງປະເທດ ລາວ ໄດ້ສົ່ງໄຟຟ້າໄປແຂວງ ຢຸນນານ, ປະເທດ ຈີນ ຢ່າງສຳເລັດຜົນ ເຊິ່ງໄດ້ປ່ຽນສະພາບເດີມທີ່ຈີນສົ່ງໄຟຟ້າໄປ ລາວ ພຽງຝ່າຍດຽວໃຫ້ກາຍເປັນ ຈີນ-ລາວ ສົ່ງໄຟຟ້າໃຫ້ກັນແລະກັນ. ນີ້ແມ່ນຕາໜ່າງໄຟຟ້າ ລາວ-ຈີນ ສາມາດສົ່ງໄຟຟ້າໃຫ້ກັນ ແລະ ກັນເປັນຄັ້ງທຳອິດ ໃນຮອບ 12 ປີຜ່ານມານີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຄ້າພະລັງງານໄຟຟ້າລະຫວ່າງ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່.

ເພື່ອຊ່ວຍເຫຼືອລາວແກ້ໄຂບັນຫາໄຟຟ້າທີ່ມີສ່ວນເຫຼືອໃນລະດູຝົນ, ບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນກັບລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາວ່າດ້ວຍການຄ້າໄຟຟ້າຜ່ານຕາຂ່າຍ 115 ກິໂລໂວນລະຫວ່າງ ຈີນ-ລາວ ໃນເດືອນ ມີນາ ປີ 2022 ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ການສົ່ງໄຟຟ້າໃຫ້ກັນ ແລະ ກັນລະຫວ່າງສອງປະເທດຢ່າງສຳເລັດຜົນໃນຄັ້ງນີ້. ອີງຕາມສັນຍາລະຫວ່າງສອງຝ່າຍ, ລາວ ຈະສົ່ງໄຟຟ້າທີ່ສ່ວນເຫຼືອໃນລະດູຝົນທີ່ຜະລິດຢູ່ເຂື່ອນໄຟຟ້ານ້ຳທາໄປນຳໃຊ້ຢູ່ແຂວງ ຢຸນນານ, ຈີນ, ເມື່ອຮອດລະດູແລ້ງ, ຈີນຈະສົ່ງໄຟຟ້າໄປນຳໃຊ້ຢູ່ເຂດທີ່ຂາດເຂີນໄຟຟ້າຢູ່ທາງພາກເໜືອ ລາວ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການສົ່ງໄຟຟ້າແມ່ນອາໄສສາຍສົ່ງ 115 ກິໂລໂວນ ທີ່ມີຢູ່ໃນປັດຈຸບັນ ເຊິ່ງລົງທຶນຮ່ວມໂດຍຈີນ ແລະ ລາວ, ມາຮອດປັດຈຸບັນ ໄດ້ໃຫ້ການບໍລິການມາເປັນເວລາ 12 ປີແລ້ວ.

ແຫຼ່ງຂໍ້ມູນຂ່າວ: CRI

error: Content is protected !!