ນັກຮຽນຄົນລາວ ຈໍານວນ 66 ຄົນ ໄດ້ຜ່ານການສອບ ເສັງເປັນຜູ້ຊ່ວຍຂັບລົດໄຟ ລາວ-ຈີນ ໃນວັນທີ 18 ມິຖຸນາປີ 2022 ນີ້ ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວກາຍເປັນຄົນລາວງວດທໍາອິດທີ່ເປັນຜູ້ຂັບລົດໄຟ ລາວ-ຈີນ ຢ່າງເປັນທາງການ.
ອີງຕາມຂໍ້ມູນຈາກ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການຂົນສົ່ງລົດໄຟລາວ-ຈີນ ເບື້ອງຝ່າຍລາວ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ 2021 ເປັນຕົ້ນມາ, ພະແນກ ການນຳໃຊ້ ກວດກາ ແລະ ສ້ອມແປງລົດໄຟລາວ-ຈີນ ປະຈຳນະຄອນຫຼວງ ວຽງຈັນ ໄດ້ເລີ່ມສ້າງພະນັກ ງານທີ່ກ່ຽວຂ້ອງໄດ້ຢ່າງໄວວາ. ພາຍຫຼັງໄດ້ຮັບການອົບຮົມມາເປັນເວລາປະມານເຄິ່ງປີ, ນັກຮຽນຄົນລາວທັງ 66 ຄົນ ລ້ວນແຕ່ໄດ້ຜ່ານການສອບເສັງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ.
ບໍລິສັດ ລົດໄຟລາວ-ຈີນ ຈໍາກັດໃຫ້ຮູ້ຕື່ມວ່າ: ຜູ້ຊ່ວຍຂັບລົດໄຟ ລາວ-ຈີນ ຄົນລາວທັງ 66 ຄົນ ຈະໄປເຮັດວຽກໃນທຸກໜ້າທີ່ຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟ ລາວ-ຈີນເບື້ອງຢູ່ ລາວ, ເຊິ່ງເບື້ອງຕົ້ນຈະເຮັດຂັບລົດໄຟຮ່ວມກັບຜູ້ຂັບລົດໄຟສັນຄົນຈີນ, ຫລັງຈາກນັ້ນໃນຕໍ່ໜ້າ ເມື່ອຊໍານານແລ້ວ ຄົນລາວຈະໄດ້ຂັບລົດໄຟດ້ວຍຕົນເອງ.



ແຫຼ່ງຂໍ້ມູນ: Xinhua