ໄຟໄຫມ້ເຮືອນຢູ່ ບ້ານ ທົ່ງສ້າງນາງ ເສຍຫາຍຫຼາຍສົມຄວນ!

ໃນເວລາ 00 ໂມງ 30 ນາທີ ຂອງວັນທີ 21 ເມສາ 2022, ພະແນກຕຳຫຼວດຈະກັດກັ້ນ ແລະ ຕ້ານອີກຄີໄພ ນະຄອນຫຼວງວຽງຈັນ, ໄດ້ຮັບແຈ້ງທາງ ໂທລະສັບ ເກີດເຫດການໄຟໄໝ້ ເຮືອນຕັ້ງຢູ່ບ້ານ ທົ່ງສ້າງນາງ ໜ່ວຍ 25, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

ເມື່ອໄດ້ຮັບແຈ້ງພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ກຽມພ້ອມພາຫະນະ ແລະ ກຳລັງພົນອອກໄປຫາຈຸດເກີດເຫດໂດຍໃຊ້ລົດມອດໄຟ ຈໍານວນ 2 ຄັນ ພະນັກງານອ້າຍນ້ອງ 12 ສະຫາຍ ເມື່ອມາເຖິງເກີດເຫດ ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ເຂົ້າມອດໄຟໄຫນ້ ໃຊ້ເວລາມອດ 2 ຊົ່ວໂມງ ໄຟຈຶ່ງດັບມອດລົງ.

ເຮືອນຫຼັງດັ່ງກ່າວ ເປັນເຮືອນ ຂອງ ນາງ ຕາລີ ສີສົມຫວັງ ອາຍຸ 60 ປີ, ຮອງນາຍບ້ານ ບ້ານ ທົ່ງສ້າງນາງ, ເຮືອນມີລັກສະນະ ເປັນເຮືອນສອງຊັ້ນ ຊັ້ນລຸ່ມກໍ່ດ້ວຍຊີມັງ, ຊັ້ນສອງແຄມວຍໄມ້ແປ້ນ ມຸງດ້ວຍສັງກະສີ ຂະໜາດຂະໜາດ 12 1 x 18 m ຖືກໄໝ້ໝົດ ລົດໃຫຍ່ 3 ຄົນ, ລົດຮຸນໄດ ລົດ 2 ຄັນ, ລົດຈັກ ສະກຸບປີ້ 1 ກັນ, ລົດຈັກ ເວບ100 ຈຳນວນ 1 ຄັນ ຖືກໄໝ້ໝົດ. ມູນຄ່າເສຍຫາຍ ຍັງຢູ່ໃນການປະເມີນ.

ສາເຫດທີ່ພາໃຫ້ເກີດອັກຄີໄຟໃນຄັ້ງນີ້ ຍ້ອນເກີດຈາກໄຟຟ້າລັດວົງຈອນ (ໄຟຟ້າຊ໋ອດ) ຢູ່ເທິງເພດານ

ຊັ້ນສອງຈຶ່ງເປັນສາເຫດຂອງການໄໝ້ໃນຄັ້ງນີ້.

ຂ່າວ: ຮອ ບຸນຖິນ

Most-visited Products List of the most-visited products by Blu Dot. So do your research, check So read the warranty carefully little more than an out- out some demos, and buy the prod- to see what is really covered let strip. Liposuction is not a treatment for obesity or a substitute for proper diet and exercise.
error: Content is protected !!