ເປີດເສັ້ນທາງບິນໃໝ່!​ ຈາກ ຫຼວງພະບາງ ຫາ​ ບາງກອກ ປະເທດ ໄທ​ 3​ ຖ້ຽວຕໍ່ອາທິດ

ນັບເປັນເວລາດົນນານພໍສົມຄວນ ທີ່ໄດ້ຍົກເລີກເສັ້ນທາງສາຍການບິນຂອງບັນປະເທດເພື່ອນບ້ານສູ່ແຂວງ ຫຼວງພະບາງ, ເມືອງ ມໍລະດົກໂລກ ຍ້ອນສະພາບການລະບາດຂອງພະຍາດ ໂຄວິດ-19, ໜຶ່ງໃນນັ້ນກໍແມ່ນສາຍການບິນ ຫຼວງພະບາງ ສູ່ບາງກອກ ແອເວ ມາຮອດ ວັນທີ 17 ມິຖຸນາ 2022 ລັດວິສາຫະກິດ ການບິນລາວ ສາຂາແຂວງຫຼວງພະບາງ ໄດ້ເລີ່ມເປີດຖ້ຽວບິນສູ່ບາງກອກປະເທດໄທ ອີກຮອບໃໝ່ຢ່າງເປັນທາງການແລ້ວ.

ທ່ານ ມີຈຸດປະສົງຢາກເດີນທາງ ໄປປະເທດ ໄທ ແມ່ນສາມາດສັ່ງຈອງໄດ້ແລ້ວ ນໍາລັດວິສາຫະກິດ ສາຍການບິນລາວ ເສັ້ນທາງ ຫຼວງພະບາງ-ບາງກອກ-ຫຼວງພະບາງ ,ເຊິ່ງຖ້ຽວບິນດັ່ງກ່າວ ແມ່ນເສັ້ນທາງ ຕ່າງປະເທດ ໃນຮອບ 3 ປີ ຂອງສະໜາມບິນສາກົນຫຼວງພະບາງ ຕັ້ງແຕ່ໄດ້ມີການລະບາດຂອງ COVID-19 ແລະ ໃນຕອນແລງຂອງວັນທີ 17 ມິຖຸນາ 2022 ໃນເວລາ 14:47 ນາທີ, ໄດ້ມີຖ້ຽວບິນຈາກ ບາງສະໜາມບິນບາງກອກ ປະເທດໄທ ມາຮອດສະໜາມບິນສາກົນ ແຂວງຫຼວງພະບາງ ເພື່ອເປີດໃຫ້ບໍລິການໃໝ່ ,ເຊິ່ງເປັນການສະແດງໃຫ້ຮູ້ວ່າສາຍການບິນດັ່ງກ່າວແມ່ນໄດ້ເລີ່ມບິນຮັບໃຊ້ບໍລິການຜູ້ໂດຍສານຢ່າງເປັນປົກກະຕິແລ້ວ ແລະ ຊາວຫຼວງພະບາງຍິນດີຕ້ອນຮັບທຸກທ່ານທີ່ມາທ່ອງທ່ຽວນະຄອນ ຫຼວງພະບາງ ໃນຮອບໃໝ່ ຫຼັງໂຄວິດ-19 ຜ່ອນຄາຍລົງ.

ສໍາລັບຕາຕະລາງການບິນໃຫ້ບໍລິການຂອງສາຍການບິນມີ 3 ວັນຄື: ຈັນ, ພຸດ ແລະ ສຸກ. ບິນຈາກຫຼວ

ງພະບາງ ສູ່ບາງກອກປະເທດໄທແມ່ນຖ້ຽວບິນ QV633 ອອກເວລາ 10:00 ໂມງ – 12:00 ໂມງ ເຖິງບາງກອກ ແລະ ບິນຈາກບາງກອກ-ຫຼວງພະບາງ ຖ້ຽວບິນ QV634 ອອກເວລາ 13:00ໂມງ – 15:00 ໂມງ ເຖິງສະໜາມບິນສາກົນຫຼວງພະບາງ ແລະ ນີ້ກໍຖືເປັນຂ່າວດີອີກທາງໜຶ່ງທີ່ຈະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ຈະເດີນທາງໄປໄທ ແລະຈາກໄທມາທ່ຽວຫຼວງພະບາງ ສະດວກສະບາຍໄປດ້ວຍສາຍການບິນລາວແອເວ.

ສໍາລັບແຜນໃນຕໍ່ໜ້າ ແມ່ນປະມານໃນເດືອນ 10 ຈະໄດ້ເພີ່ມຖ້ຽວບິນ ຫຼວງພະບາງ-ກຸງເທບ-ຫຼວງພະບາງ (ບິນທຸກໆມື້) ແລະຫຼວງພະບາງ-ຊຽງໃໝ່-ຫຼວງພະບາງ (3 ຖ້ຽວ/ອາທິດ) ຫຼວງພະບາງ -ຮາໂນຍ – ຫຼວງພະບາງ (4ຖ້ຽວ/ອາທິດ) ຫຼວງພະບາງ-ສຽມຣຽບ-ຫຼວງພະບາງ (3 ຖ້ຽວ/ອາທິດ).

ແຫຼ່ງຂໍ້ມູນ: ຂ່າວສານຫຼວງພະບາງ

error: Content is protected !!