ປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນ ໃນຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ ແລະ ກະທົບແຮງ ໃນຕໍ່ໜ້າ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ກ່ຽວກັບມາດຕະການຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າວ່າ: ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບ ການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ, ກະທົບແຮງໃນຕໍ່ໜ້ານີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນຄື: ເພີ່ມທະວີການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ດ້ວຍການສ້າງກົນໄກການຕິດຕາມລາຄາສິນຄ້າຢ່າງເປັນລະບົບ, ປົກກະຕິ, ທັນສະໄໝ ແລະ ທົ່ວເຖິງ, ໂດຍການກໍານົດໄລຍະເວລາ ແລະ ແຜນດໍາເນີນງານລະອຽດ ໃນການຕິດຕາມການເໜັງຕິງຂອງລາຄາສິນຄ້າໃນແຕ່ລະໄລຍະ ໃຫ້ສໍາເລັດໃນປີ 2023 ແລະ ສົມທົບຄົ້ນຄ້ວາການ ເໜັງຕິງຕາມດັດສະນີລາຄາສິນຄ້າ ຮ່ວມກັບກະຊວງ ແຜນການ ແລະ ການລົງທຶນ.

ພ້ອມທັງ ຊຸກຍູ້ຂະແໜງການກ່ຽວຂ້ອງ ໂດຍສະເພາະຂະແໜງກະສິກໍາ ແລະ ປ່າ ໄມ້ ຕ້ອງເປັນເຈົ້າການໃນການກໍານົດຕົ້ນທຶນ ແລະ ຄຸ້ມຄອງລາຄາການຜະລິດ ໂດຍສະ ເພາະຕົ້ນທຶນການຜະລິດ ທີ່ຕິດພັນກັບການປູກ ແລະ ການລ້ຽງ ໃຫ້ສໍາເລັດໃນໄລຍະ 6 ເດືອນທ້າຍປີ 2022 ນີ້; ເປັນເຈົ້າການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກໍານົດໂຄງປະກອບລາຄາ ນັບແຕ່ຂອດຕົ້ນທຶນການຜະລິດຈົນຮອດຂອດຂາຍຍ່ອຍ; ສົມທົບແໜ້ນປັບປຸງລະບົບ-ກົນໄກການຄຸ້ມຄອງລາຄາສິນຄ້າ, ຕົ້ນທຶນການຜະລິດ, ລາຄາກາງສໍາລັບສິນຄ້າຈໍາເປັນ, ສິນຄ້າຍຸດທະສາດ ໃຫ້ທັນກັບສະພາບຄວາມເປັນຈິງ ໃຫ້ສໍາເລັດໃນປີ 2023; ດັດສົມລາຄາສິນຄ້າຈໍາເປັນ ເພື່ອກໍານົດບູລິມະສິດຄວາມຕ້ອງການ ແລະ ການສະໜອງສິນຄ້າ ເພື່ອແຊກແຊງໃຫ້ລາຄາສິນຄ້າຄວບຄຸມບໍ່ຜັນຜວນໄວ ຕາມອັດຕາເງິນເຟີ້ສູງຂຶ້ນໃຫ້ສໍາເລັດ ໃນປີ 2023; ສ້າງຄວາມສະດວກ ໃນການເຄື່ອນຍ້າຍສິນຄ້າພາຍໃນປະ ເທດ, ຫລຸດຜ່ອນຂອດຂັ້ນ ເພື່ອຫລຸດຜ່ອນຕົ້ນທຶນຂອງຜູ້ປະກອບການ; ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະ ການຍົກລະດັບຄວາມຮູ້ດ້ານການວາງແຜນທຸລະກິດ, ການເຂົ້າເຖິງຕະຫລາດ, ການວາງແຜນການເງິນ ແລະ ບັນຊີເງິນສົດ; ສຸມໃສ່ອຸດສາຫະກໍາປຸງແຕ່ງທີ່ມີໜໍ່ແໜງ ເພື່ອດຶງດູດການລົງທຶນ ແລະ ບຸກຍູ້ການເຊື່ອມໂຍງເຂົ້າຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນ ໃຫ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສ້າງຄວາມອາດສາມາດສົ່ງອອກໃຫ້ຫລາຍຂຶ້ນ ໂດຍເນັ້ນໃສ່ 8 ອຸດສາຫະກໍາ ແລະ ຫັດຖະກໍາ ທີ່ມີທ່າແຮງບົ່ມຊ້ອນ.
ຂໍ້ມູນຂ່າວ: ສຸພາສະຫວັນ
ພາບ: ເກດສະໜາ