ຈຳປາສັກ ເປີດເທດສະການອາຫານ ແລະ ເຄື່ອງຝາກ ກະຕຸ້ນເສດຖະກິດ ສົ່ງເສີມລາວທ່ຽວລາວ

ແຫລ່ງຂ່າວຈາກ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະແນກຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຈຳປາສັກ ຈັດເທດສະການອາຫານ ແລະ ເຄື່ອງຕ້ອນຂອງຝາກ ເພື່ອກະຕຸ້ນເສດຖະກິດ, ສົ່ງເສີມດານທ່ອງທ່ຽວລາວທ່ຽວລາວ.

ທ່ານ ນາງ ວາດສະໜາ ສີລິມາ ປະທານແນວລາວສ້າງຊາດ ແຂວງ ຈຳປາສັກ ໄດ້ກ່າວວ່າ: ຈຸດປະສົງສຳຄັນຂອງການຈັດງານຄັ້ງນີ້, ແນໃສ່ການກະຕຸ້ນເສດຖະກິດ, ຊູກຍູ້ສົ່ງເສີມດ້ານການທ່ອງທ່ຽວ ລາວທ່ຽວລາວ ໂດຍສະເພາະພາກທຸລະກິດລິບໍການການທ່ອງ ທ່ຽວ ໃຫ້ມີການຂະຫຍາຍຕົວ, ນັບແຕ່ດ້ານອາຫານ ແລະ ເຄື່ອງຕ້ອນຂອງຝາກ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ລວມທັງການບໍລິການອື່ນໆ ທີ່ເປັນການກະກຽມຄວາມພ້ອມດ້ານຕ່າງໆ ທີ່ສາມາດເຊື່ອມຍົງໃນພາກພື້ນສາກົນ ແລະ ຮັບປະກັນຄວາມປອດໄພດ້ານສຸຂະພາບ.

ໃນງານຄັ້ງນີ້, ມີບັນດາຮ້ານວາງສະແດງທີ່ເຂົ້າຮ່ວມທັງໝົດ 52 ຮ້ານ, ປະກອບດ້ວຍຜະລິດຕະພັນຕ່າງໆ ຈາກສີມືແຮງງານຂອງຄົນລາວ ທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ສິນຄ້າເອກະລັກທ້ອງຖີ່ນ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ຜ້າຝ້າຍ, ຜ້າໄໝ, ເຄື່ອງທີ່ລະນຶກທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ, ຫັດຖະກຳຈັກສານ, ຜົນຜະລິດກະສິກຳ ແລະ ປະເພດອາຫານອື່ນໆທີ່ມາຈາກ 9 ເມືອງ, 1 ນະຄອນ, ຈາກສະມາຄົມທຸລະກິດການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ, ກຸ່ມຫັດຖະ ກຳ, ກຸ່ມຜະລິດຕະພັນກະສິກຳ ແລະ ສິນຄ້າປະເພດອື່ນໆ.

error: Content is protected !!