ເຖິງວ່າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ຈະດຳເນີນໄປໃນສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປຢ່າງສັບສົນ ລວມທັງການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນວົງກວ້າງ ເຮັດໃຫ້ສະພາບເສດຖະກິດ-ການເງິນພາຍໃນປະເທດ ທີ່ມີຄວາມບອບບາງຢູ່ແລ້ວ ຍິ່ງເພີ່ມມີຄວາມຫຍຸ້ງຍາກຕື່ມອີກ ແຕ່ກໍສາມາດຍາດໄດ້ຜົນສໍາເລັດຈໍານວນໜຶ່ງທີ່ພົ້ນເດັ່ນ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ໄດ້ຂຶ້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາດໍາເນີນໄປໃນສະພາບການຂອງໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ, ອັນໄດ້ເຮັດໃຫ້ສະພາບເສດຖະກິດ – ການເງິນພາຍໃນປະເທດ ທີ່ມີຄວາມບອບບາງຢູ່ແລ້ວ ຍິ່ງເພີ່ມມີຄວາມຫຍຸ້ງຍາກຕື່ມອີກ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສູນກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນທ້ອງຖິ່ນ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງທຸກຂະແໜງການ ທີ່ໄດ້ຈັດຕັ້ງປະຕິບັດ 5 ວຽກຈຸດສຸມ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງການ ຈຶ່ງໄດ້ເຮັດໃຫ້ມີຜົນສໍາເລັດຈໍານວນໜຶ່ງທີ່ພົ້ນເດັ່ນ. ໃນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນບາງວຽກງານພົ້ນເດັ່ນ ໃນ 5 ແຜນວຽກຈຸດສຸມໃຫຍ່ດັ່ງກ່າວ ເປັນຕົ້ນແມ່ນວຽກງານສົ່ງເສີມການປະຢັດ, ຕ້ານການຟຸ່ມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະທດ ຄື:

1. ໄດ້ຊຸກຍູ້ ແລະ ການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ຢູ່ບັນດາ ຂະແໜງການ ແລະ ທ້ອງຖິ່ນ, ໃນທ້າຍປີ 2021 ໄດ້ຄົ້ນຄວ້າຫຼຸດລາຍຈ່າຍ, ສະລໍລາຍຈ່າຍ ແລະ ເລື່ອນລາຍຈ່າຍບາງຮ່ວງຂອງຂະແໜງການຂັ້ນສູນກາງ 15%, ທ້ອງຖິ່ນ 10% ແລະ ບາງລາຍຈ່າຍຂອງລັດຖະບານທີ່ເຫັນວ່າບໍ່ຈໍາເປັນ ຊຶ່ງສາມາດປະຢັດໄດ້ປະມານ 558 ຕື້ກີບ; ໄດ້ປະຢັດລາຍຈ່າຍສໍາລັບຂັ້ນສູນກາງ ໂດຍບໍ່ໄດ້ອະນຸມັດໃຫ້ຈ່າຍຕາມແຜນລາຍຈ່າຍ ປະມານ 512,76 ຕື້ກີບ. ສໍາລັບການ ປະຕິບັດ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29/9/2021 ກໍມີຄວາມຄືບໜ້າໃນເບື້ອງຕົ້ນ ທັງກະກຽມຫັນໄປນໍາໃຊ້ລົດໄຟຟ້າຢູ່ໃນການບໍລິຫານພາກລັດ.
2. ການຍົກສູງປະສິດທິພາບຂອງການລົງທຶນລັດ (ໂຄງການກໍ່ສ້າງພື້ນຖານໂຄງລ່າງ): ໄດ້ສຸມໃສ່ ຄຸ້ມຄອງການລົງທຶນຂອງລັດ ໃຫ້ປະມີປະສິດທິຜົນສູງຂຶ້ນຕາມກົດຫມາຍທີ່ກ່ຽວຂ້ອງ, ມາຮອດປັດຈຸບັນ ສາມາດຫັກລົບມູນຄ່າໂຄງການທີ່ເກີນມູນຄ່າສັນຍາ ແລະ ມູນຄ່າສະພາຮັບຮອງ ອອກຈາກສາລະບານແຜນການລົງທຶນຂອງລັດ ຈໍານວນ 91 ໂຄງການ ມູນຄ່າປະມານ 727,22 ຕື້ກີບ. ຄຽງຄູ່ກັນນັ້ນກໍໄດ້ເອົາໃຈໃສ່ຍົກສູງຄຸນນະພາບການປະເມີນໂຄງການລົງທຶນຂອງລັດ ກ່ອນພິຈາລະນາບັນຈຸເຂົ້າແຜນຈໍານວນ 439 ໂຄງການ ຊຶ່ງສາມາດຕັດຮອນຄ່າໃຊ້ຈ່າຍຂອງໂຄງການ ທີ່ບໍ່ສອດຄ່ອງກັບລະບຽບການຈໍານວນ 115,2 ຕື້ກີບ.
3. ການປັບປຸງການຄຸ້ມຄອງບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ມີປະສິດທິຜົນສູງ: ໄດ້ສຸມໃສ່ເຜີຍແຜ່ນິຕິກໍາຕ່າງໆ ເປັນຕົ້ນ ດໍາລັດ 357/ລບ, ຍຸດທະສາດການລະດົມ ທຶນຊ່ວຍເຫຼືອເພື່ອການພັດທະນາ (ຊກພ) ສປປ ລາວ ຮອດປີ 2030 ແລະ ແນະນໍາການນໍາໃຊ້ລະບົບ ຄຸ້ມຄອງ ແລະ ຕິດຕາມແບບເອເລັກໂຕຣນິກ (ODA-MIS.GOV.LA) ໃຫ້ກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ; ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດພັນທະສັນຍາ ທີ່ລັດຖະບານໄດ້ໃຫ້ຄໍາໝັ້ນສັນຍາກັບຄູ່ຮ່ວມພັດທະນາ ເປັນຕົ້ນສໍາເລັດການຂໍອະນຸມັດແຜນງານການຮ່ວມມືໄລຍະໃໝ່ 2022-2026 ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການແຮງງານສາກົນ (ILO), ສໍາເລັດຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ປະຈໍາປີ 2022 ແລະ ອື່ນໆ.

4. ໄດ້ມີຄວາມພະຍາຍາມແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ໂດຍການລະດົມແຫຼ່ງທຶນ ແລະ ແຫຼ່ງລາຍຮັບ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມາຊໍາລະຕົ້ນທຶນ ແລະ ດອກເບ້ຍໃຫ້ພຽງພໍ ແລະ ທັນຕາມກໍານົດເວລາດ້ວຍຮູບແບບຕ່າງໆ ເພື່ອປະຄັບປະຄອງການຊໍາລະໜີ້ສິນໃຫ້ໄດ້ໂດຍພື້ນ ຖານ. ນອກຈາກນັ້ນ, ຍັງໄດ້ພະຍາຍາມສຸມໃສ່ແກ້ໄຂໜີ້ສິນການລົງທຶນຂອງລັດ ດ້ວຍຫຼາຍຮູບແບບເພື່ອ ເຮັດໃຫ້ໜີ້ສິນຫຼຸດລົງເປັນກ້າວໆ. ມາຮອດປັດຈຸບັນ, ປະຕິບັດໄດ້ 9.577 ຕື້ກີບ ເທົ່າກັບ 95,78% ຂອງ ແຜນການ. ໃນປີ 2022 ແມ່ນໄດ້ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍງົບປະມານປົກກະຕິ 532,65 ຕື້ກີບ ຊຶ່ງໃນນີ້ໄດ້ສຸມໃສ່ແກ້ໄຂໜີ້ສິນທີ່ມີມູນຄ່າຄ້າງຊໍາລະ 300 ລ້ານກີບລົງມາ.
5. ການປະຕິຮູບການບໍລິຫານ ແລະ ດໍາເນີນທຸລະກິດຂອງລັດວິສາຫະກິດທີ່ລັດຖືຮຸ້ນ: ໄດ້ສໍາເລັດ ການແຕ່ງຕັ້ງຄະນະປະຕິຮູບ 3 ຫົວໜ່ວຍລັດວິສາຫະກິດ (ທັງໝົດ 15 ຫົວໜ່ວຍ) ຄື: ລັດວິສາຫະ ກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ, ສໍາລັບອີກ 2 ຫົວໜ່ວຍລັດວິສາຫະກິດ (ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດ ກະສິກໍາອຸດສາຫະກໍາບໍລິການຂາເຂົ້າ-ຂາອອກ) ແມ່ນກໍາລັງດໍາເນີນຕາມຂັ້ນຕອນ. ນອກຈາກນັ້ນ, ຍັງໄດ້ດໍາເນີນແກ້ໄຂລັດວິສາຫະກິດທີ່ຂາດທຶນຕໍ່ເນື່ອງຄື: ສອງທະນາຄານລັດ (ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ); ໄດ້ຂາຍຮຸ້ນລັດວິສາຫະກິດທີ່ຫຼຸບທຶນຕໍ່ເນື່ອງ ໃຫ້ພາກເອກະຊົນມາຮ່ວມທຶນ ຄື: ລັດວິສາຫະກິດ ໄປສະນີລາວ, ລັດວິສາຫະກິດ ບໍລິການສິນຄ້າຜ່ານແດນ ແລະ ບໍລິສັດ ເອັມເອສໄອຈີ ປະກັນໄພ (ລາວ) ຈໍາກັດ ແລະ ອື່ນໆ.
(ຂ່າວ: ສຸກສະຫວັນ, ພາບ: ເກດ)