ເມືອງ ຈຳພອນ ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານ ສົບເຕີງ

ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 20 ເມສາ 2022 ທີ່ຫ້ອງການບ້ານ ສົບເຕີງ, ເມືອງ ໄຊຈຳພອນ ໄດ້ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ໂດຍການເປັນປະທານຂອງທ່ານ ທອງສຸກ ທິດສາທຳ ຫົວໜ້າກອງບັນຊາການ ປກສ ເມືອງ, ມີທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງ ໄຊຈຳພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງສຸກ ທິດສາທໍາ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງໄຊຈໍາພອນ ເລກທີ 034/ຈມ ວ່າດ້ວຍການອະນຸມັດໃຫ້ເປີດກອງປະຊຸມຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນເມືອງ ພ້ອມທັງນໍາເອກະສານກົດໝາຍຢາເສບຕິດບາງມາດຕາທີ່ຈໍາເປັນ ແລະ ມາດຕະການຕໍ່ຜູ້ພົວພັນຢາເສບຕິດ ທີ່ບໍ່ເຂົ້າຮ່ວມໂຄງການແກ້ໄຂຢາເສບຕິດ ນຳການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ຕຳຫລວດ ໂດຍທ່ານໄດ້ຍົກໃຫ້ຮູ້ໃນມາດຕາ 314 ວ່າດ້ວຍ ການຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ ມີໄວ້ຄອບຄອງ ຫລື ນໍາເຮໂລອິນ, ມ໋ອກຟິນ, ໂຄເຄນ ຜ່ານ ສປປ ລາວ ຕໍ່າກວ່າຮ້ອຍກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 10-15 ປີ ພ້ອມທັງຖືກປັບໃໝ ແລະ ຖືກຍຶດຊັບ.

ໂອກາດດຽວກັນ, ຄະນະຮັບຜິດຊອບ ຍັງໄດ້ເກັບກຳຂໍ້ມູນຂຶ້ນບັນຊີ ບັນດາກຸ່ມເປົ້າໝາຍຜູ້ເສບຢາເສບຕິດ ແລະ ກຸ່ມຊື້-ຂາຍ, ຂົນສົ່ງ ພາຍໃນບ້ານທີ່ ພົວພັນຢາເສບຕິດ ໄດ້ທັງໝົດ 31 ຄົນ, ຍິງ 2 ຄົນ. ພ້ອມທັງໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ສ້າງບົດບັນທຶກປະຕິຍານຕົນໃຫ້ຢຸດການກະທຳ, ພ້ອມທັງສົ່ງມອບໃຫ້ ປກສ ກຸ່ມ, ການຈັດຕັ້ງບ້ານຕິດຕາມ, ກວດກາ ແກ້ໄຂບັນຫາຢາເສບຕິດຕໍ່ໄດ້ ເພື່ອເຮັດໃຫ້ບັນຫາດັ່ງກ່າວຢູ່ພາຍໃນບ້ານຫລຸດໜ້ອຍ ແລະ ຄ່ອຍໆໝົດໄປເທື່ອກ້າວ.

error: Content is protected !!