
ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ເລກທີ 1768/ກງ, ລົງວັນທີ 17 ມິຖຸນາ 2022 ເລື່ອງການນໍາເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຊຸມຊົນນໍາໃຊ້ໃນຂອບເຂດທົ່ວປະເທດ.
ເພື່ອຈັດຕັ້ງປະຕິບັດການນໍາເຂົ້າ ແລະ ການສະໜອງນໍ້າມັນເຊື້ອໄຟ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ຕາມນະໂຍບາຍຂອງລັດຖະບານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ທັນສະພາບການ, ຮັບປະກັນການຕອບສະໜອງຕາມແຜນການນຳເຂົ້າ ຂອງບັນດາບໍລິສັດນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດຈາກລັດທະບານ. ລັດຖະມົນຕິກະຊວງການເງິນຈຶ່ງໄດ້ອອກແຈ້ງການຄື: ມອບໃຫ້ຫົວໜ້າກົມພາສີ ຊີ້ນຳຫົວໜ້າພາສີ ປະຈຳແຂວງ, ນະຄອນຫລວງ, ຫົວໜ້າພາສີດ່ານສາກົນໃນຂອບເຂດທົ່ວປະເທດ ເພື່ອຄຸ້ມຄອງ, ອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ ແລະ ເຄື່ອນຍ້າຍ ນ້ຳມັນເຊື້ອໄຟຂອງບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ, ດ້ວຍການແກ້ໄຂບັນດາຂອດຂັ້ນຕ່າງໆ ທີ່ຈະພາໃຫ້ມີການຫລ້າຊ້າ ອັ່ງອໍ ຂອງລົດບັນທຸນ້ຳມັນເຊື້ອໄຟ ແລະ ໃຫ້ສົມທົບກັບໜ່ວຍກວດ ກາມາດຕະຖານ ແລະ ວັດແທກຂອງຂະແໜງການອຸດສາຫະກຳ ແລະ ການຄ້າຢູ່ດ່ານ ໃຫ້ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າມີຄວາມວ່ອງໄວ ເພື່ອສະໜອງນ້ຳມັນລົງປ້ຳໃຫ້ທັນຕາມກຳນົດເວລາ.

ພ້ອມກັນນີ້, ກໍໄດ້ມອບໝາຍໃຫ້ຫົວໜ້າກົມສ່ວຍສາອາກອນ ຊີ້ນຳຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ ເພື່ອສົມທົບກັບເຈົ້າໜ້າທີ່ອຸດສາຫະກຳ ແລະ ການ ຄ້າ ດຳເນີນການຄຸ້ມຄອງ ແລະ ອຳນວຍຄວາມສະດວກໃນການເຄື່ອນຍ້າຍ ແລະ ເອົານ້ຳມັນເຊື້ອໄຟລົງປ້ຳເພື່ອຈຳໜ່າຍ, ພ້ອມທັງຕິດຕາມ, ກວດກາ ແລະ ມີມາດຕະການແກ້ໄຂການສວຍໂອກາດຂຶ້ນລາຄາ ເກີນໂຄງສ້າງລາຄາທີ່ລັດຖະບານໄດ້ກຳນົດ, ການກັກຕຸນ ນ້ຳມັນເຊື້ອໄຟ, ຖ້າພົບເຫັນໃຫ້ດຳເນີນຕາມຂັ້ນຕອນຂອງກົດໝາຍ ຢ່າງເດັດຂາດ; ມອບໃຫ້ຫົວໜ້າກົມພາສີ ຊີ້ນຳພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີ ພາສີ ເພື່ອເຮັດໜ້າທີ່ໃນການສະກັດກັ້ນ ການລັກລອບຫລົບຫລີກພາສີ ຢູ່ຕາມດ່ານ ແລະ ບໍລິເວນຊາຍແດນ ເພື່ອບໍ່ໃຫ້ມີການລັກລອບນຳເຂົ້ານ້ຳມັນເຊື້ອໄຟ ທີ່ຜິດກົດໝາຍຢ່າງເດັດຂາດ ຖ້າພົບເຫັນໃຫ້ດຳເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັມງວດ.

