ລັດຖະບານ ຈະເລັ່ງຈັດສັນນ້ຳມັນສະໜອງການຜະລິດກະສິກຳ ໃຫ້ທັນລະດູການ

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ໃນຫລາຍບັນຫາສຳຄັນ ໂດຍຢືນຢັນຈະມີການຈັດສັນນ້ຳມັນເຊື້ອໄຟ ສະເພາະ ເພື່ອສະໜອງໃຫ້ແກ່ຂະແໜງການຜະລິດກະສິກຳ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ໄດ້ດຳເນີນການຜະລິດ ໄດ້ທັນຕາມລະດູການ ແລະ ສາມາດສະໜອງສະບຽງອາຫານ ໃຫ້ສັງຄົມໄດ້ຢ່າງພຽງພໍ ແລະ ມີລາຄາສົມເຫດສົມຜົນ.

ທ່ານນາງ ຈັນສຸກ ແສງພະຈັນ ກ່າວອີກວ່າ: ເພື່ອຮັບປະກັນການສະໜອງນ້ຳມັນເຊື້ອໄຟຢູ່ພາຍໃນປະເທດ ໃຫ້ພຽງພໍ ໃນປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ຈະຊຸກຍູ້ໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ສາມາດເຂົ້າຫາການແລກປ່ຽນເງິນຕາ ໄດ້ເພີ່ມຂຶ້ນ ເພື່ອຊ່ວຍກັນນຳເຂົ້ານ້ຳມັນເຊື້ອໄຟ ເຂົ້າມາສະໜອງການຊົມໃຊ້ຢູ່ພາຍໃນປະເທດ ໃຫ້ທົ່ວເຖິງ, ສົ່ງເສີມບັນດາໂຮງກັ່ນ, ໂຮງງານປຸງແຕ່ງປະສົມ ຢູ່ພາຍໃນປະເທດ ທີ່ມີການລົງທຶນໄປແລ້ວໃຫ້ສາມາດອອກມາດຳເນີນການຜະລິດ ເພື່ອຮັບໃຊ້ສັງຄົມ ໄດ້ເປັນປົກກະຕິ. ປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບກະຊວງການເງິນ, ໄດ້ສຳເລັດການຄົ້ນຄວ້າ ໂຄງສ້າງລາຄານ້ຳມັນກະຊວນຂອງໂຮງງານຍອດງື່ມ ພາວເວີ ຢູ່ແຂວງຊຽງຂວາງ ແລະ ໄດ້ລາຍງານຂໍທິດຊີ້ນຳຈາກ ລັດຖະບານແລ້ວ ຖ້າສາ ມາດຈັດຕັ້ງປະຕິບັດໄດ້ກໍຈະເປັນອີກທ່າແຮງໜຶ່ງ ໃນການສະໜອງນ້ຳມັນເຊື້ອໄຟ ໂດຍສະເພາະໃນໄລຍະທີ່ມີຄວາມຫຍຸ້ງຍາກໃນປັດຈຸບັນ.

ພ້ອມນັ້ນ, ຍັງໄດ້ປັບປຸງໂຄງສ້າງລາຄານ້ຳມັນເຊື້ອໄຟ ໃນແຕ່ລະໄລຍະຕາມກົນໄກຕະຫລາດທີ່ມີການດັດສົມ ຄຸ້ມຄອງຂອງລັດ ໃຫ້ແທດເໝາະກັບຕົວຈິງ, ທັງນຳໃຊ້ມາດຕະການແກ້ໄຂຕ່າງໆ ເປັນຕົ້ນ ຫລຸດອາກອນຊົມໃຊ້, ນຳໃຊ້ນະໂຍບາຍສະໜອງເງິນຕາ ໃຫ້ບັນດາບໍລິສັດ ເພື່ອສາມາດແລກປ່ຽນເງິນຕາ ໄດ້ຕາມອັດຕາ ທີ່ທະນາຄານກຳນົດ, ສະເລ່ຍ 10 ລ້ານໂດລາ ຕໍ່ອາທິດ. ພ້ອມນັ້ນ, ຍັງຈະຈັດຫານ້ຳມັນເຊື້ອໄຟ ຈາກຫລາຍແຫລ່ງ ຫລື ຈາກແຫລ່ງທີ່ມີລາຄາຖືກ ແລະ ສາມາດຊໍາລະສະສາງເປັນເງິນຕາຕ່າງປະເທດສະກຸນອື່ນໆ ນອກຈາກສະກຸນເງິນໂດລາ.

ຂໍ້ມູນຂ່າວ: ທະນູທອງ

 ພາບ: ອ່າຍຄໍາ

error: Content is protected !!