
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນພາກບ່າຍວັນທີ 15 ມິຖຸນາ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໂດຍສະ ເພາະບັນຫາຂໍ້ຫຍຸ້ງຍາກກ່ຽວກັບນໍ້າມັນ ໂດຍທ່ານໄດ້ຢືນຢັນວ່າ: ລັດຖະບານ ໄດ້ຕົກລົງອະນຸມັດສິນເຊື່ອໃຫ້ ບໍລິສັດນໍ້າມັນເຊື້ອໄຟລາວ ຈໍານວນ 200 ລ້ານລິດ ເພື່ອສະໜອງ ນໍ້າມັນ ໃນໄລຍະ 3 ເດືອນ (6-7-8) ປີ 2022 ຢ່າງພຽງພໍໃນຂອບເຂດທົ່ວປະເທດ ໂດຍເລີ່ມແຕ່ ວັນທີ 20 ມິຖຸນາ ເປັນຕົ້ນໄປ.

ທ່ານ ບົນໂຈມ ອຸບົນປະເສີດ ຍັງໃຫ້ຮູ້ຕື່ມວ່າ: ລັດຖະບານ ຍັງໄດ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອປັບອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟເປັນຄັ້ງທີ 2, ຫລັງຈາກເຄີຍປັບມາແລ້ວໜຶ່ງຄັ້ງຄື: ແອັດຊັງທໍາມະດາປັບຈາກ 31% ມາເປັນ 16%, ນໍ້າມັນກາຊວນປັບຈາກ 21% ມາເປັນ 11%.
ຂ່າວ: ສຸພາສະຫວັນ