ສະຖານີລົດໄຟ ກາສີ ເປີດດຳເນີນການຂົນສົ່ງສິນຄ້າ

ຂໍ້ມູນຈາກ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ສະຖານີລົດໄຟກາສີ ໄດ້ເປີດດຳເນີນການຂົນສົ່ງສິນຄ້າຢ່າງເປັນທາງການ ໃນວັນທີ 13 ມິຖຸນາ 2022 ຜ່ານມາ ເຊິ່ງເປັນສະຖານີແຫ່ງທີ 6 ຂອງທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫລວງພະບາງ ແລະ ສະຖານີນາເຕີຍ.

ສະຖານີກາສີ ມີລາງຮັບສົ່ງລົດໄຟໂດຍສານ 3 ລາງ, ລາງສິນຄ້າ 1 ລາງ, ໃນນັ້ນ, ລານຂົນສົ່ງສິນຄ້າມີເນື້ອທີ່ 4,215 ຕາແມັດ, ມີສະແຕັກເກີ 1 ຄັນ ແລະ ເຄື່ອງຊັ່ງນໍ້າໜັກລົດບັນທຸກ 1 ຈຸດ ເຊິ່ງການດໍາເນີນການຂົນສົ່ງສິນຄ້າ ໃນເບື້ອງຕົ້ນ ແມ່ນ ນໍາໃຊ້ຕູ້ຄອນເທັນເນີຂະໜາດ 40 ຟຸດເປັນຫລັກ, ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ແມ່ນປະເພດເຄື່ອງແຫ້ງ ແລະ ເຄື່ອງໃຊ້ຊີວິດປະຈໍາວັນທົ່ວໄປ.

ນອກຈາກທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ, ສະຖານີວັງວຽງ, ສະຖານີຫລວງພະບາງ, ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ, ຍັງໄດ້ເຄື່ອນໄຫວສຳຫລວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ ເພື່ອເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ, ພ້ອມກັນນັ້ນ, ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນການອະນຸມັດດ່ານພາສີ ໃຫ້ມີຄວາມຄ່ອງຕົວ ເພື່ອຫລຸດຜ່ອນຕົ້ນທຶນການຂົນສົ່ງ.

ບໍລິສັດທາງລົດໄຟ ລາວ-ຈີນ ຍັງໃຫ້ຮູ້ອີກວ່າ: ນັບແຕ່ຕົ້ນປີ 2022 ຫາວັນທີ 13 ມິຖຸນາ 2022 ທາງລົດໄຟລາວ-ຈີນ ໄດ້ມີການສົ່ງສິນຄ້າ 643,000 ກວ່າໂຕນ, ໃນນັ້ນ 472,000 ໂຕນແມ່ນການຂົນສົ່ງຂ້າມແດນ, ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ແຮ່ເຫລັກ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆລວມກວ່າ 100 ຊະນິດ, ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ 21 ແຂວງຂອງຈີນ, ກວມເອົາການຂົນສົ່ງຜ່ານປະເທດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ປະເທດອື່ນໆ 10 ກວ່າປະເທດ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-

error: Content is protected !!