ໂອມິຄຣອນ ແຕກຕ່າງຈາກ ໄຂ້ຫວັດ ຄືແນວໃດ?

ຫຼາຍທ່ານອາດຈະສົງໄສວ່າເຮົາຕິດເຊື້ອ ໂຄວິດ-19 ຫຼື ເປັນພຽງໄຂ້ຫວັດທຳມະດາ. ດັ່ງນັ້ນ, ໃນວັນທີ 19 ເມສານີ້ ທີ່ກະຊວງສາທາລະນະສຸກ, ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈຶ່ງໄດ້ມາອະທິບາຍໃຫ້ບັນດາທ່ານຮູ້ວ່າ: ໂອມິຄຣອນ ແຕກຕ່າງຈາກໄຂ້ຫວັດຄືແນວໃດ? ຊຶ່ງອາການທີ່ຄ້າຍຄືກັນລະຫວ່າງໄຂ້ຫວັດທຳມະດາ ແລະ ໂອມິຄຣອນ ແມ່ນປະກອບມີ: ອາ ການຕັນດັງ, ນ້ຳມູກໄຫຼ, ໄອ, ເຈັບຄໍ ຫຼື ບາງຄົນອາດຈະມີໄຂ້ ຫຼື ອາດຈະມີອາການເຈັບຫົວຮ່ວມນຳ, ແຕ່ອາການສຳຄັນຂອງໂອມິຄຣອນ ທີ່ແຕກຕ່າງຈາກໄຂ້ຫວັດທຳມະດາທົ່ວໄປກໍຄື: ອາການປວດເມື່ອຍກ້າມຊີ້ນ, ມີເຫື່ອອອກຕອນກາງຄືນນັ້ນແປວ່າ ທ່ານຕ້ອງໄດ້ທົບທວນຄືນ ປະຫວັດການເຄື່ອນໄຫວຂອງທ່ານໃນໄລຍະຜ່ານມາ ເພາະທ່ານອາດຈະເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເປັນກຸ່ມສ່ຽງໂດຍບໍ່ຮູ້ໂຕ ໂດຍສະເພາະຖ້າຫາກທ່ານມີປະຫວັດເດີນທາງໄປໃນພື້ນທີ່ສ່ຽງຂອງການລະບາດ, ພ້ອມດຽວກັນນີ້ກໍຄວນກວດຫາເຊື້ອດ້ວຍຊຸດເຄື່ອງກວດແບບໄວດ້ວຍໂຕເອງເພື່ອເຝົ້າລະວັງຕິດຕາມອາການ.

ສະນັ້ນ, ເພື່ອເປັນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ສາຍພັນໂອມິຄຣອນ ຂໍໃຫ້ໝັ່ນສັງເກດອາການຂອງໂຕເອງໃນໄລຍະ 7 ວັນນີ້, ຫຼັງຈາກທ່ານກັບມາແຕ່ສະເຫຼີມສະຫຼອງບຸນປີໃໝ່ ລາວ ໂດຍສະເພາະອາການໄຂ້, ໄອ, ຈາມ, ມີນ້ຳມູກໄຫຼ ຫຼື ເຈັບຄໍ ແລະ ອື່ນໆ ຖ້າຫາກທ່ານພົບອາການດັ່ງກ່າວ ແມ່ນໃຫ້ໄປພົບແພດ ຫຼື ກວດດ້ວຍຊຸດກວດແບບໄວດ້ວຍໂຕເອງ. ຖ້າກວດພົບ 2 ຂີດໃຫ້ແຍກໂຕເອງອອກຈາກຄົນອ້ອມຂ້າງທັນທີ ແລະ ປິ່ນປົວໂຕເອງ ຫຼື ໂທປຶກສາແພດ, ຖ້າອາການທ່ານບໍ່ດີຂຶ້ນຫາຍໃຈຍາກໃຫ້ຮີບຮ້ອນໄປພົບແພດໃກ້ບ້ານທັນທີ.

error: Content is protected !!