ອາຫານ GMO ມີຂໍ້ດີ ແລະ ຂໍ້ເສຍ ແນວໃດ?

ຄຳວ່າ: “GMO” ຫຍໍ້າມາຈາກ Genetically Modified Organism ໝາຍເຖິງຈຸລິນຊີພືດ ແລະ ສັດທີ່ມີການປ່ຽນແປງສານພັນທຸກໍາ. ມັນຜ່ານການອອກແບບ ແລະ ດັດແປງພັນທຸກໍາ ໃຫ້ມີຄຸນສົມບັດພິເສດ ເຊັ່ນ ຄວາມທົນທານຕໍ່ສະພາບແວດລ້ອມ, ມີຄຸນຄ່າທາງໂພຊະນາການຫຼາຍຂຶ້ນ, ຣົດຊາດດີຂຶ້ນ.

ແຕ່ແນວໃດກໍຕາມ, ຜູ້ຄົນມີຄວາມກັງວົນກ່ຽວກັບຄວາມປອດໄພຂອງຕົວເອງໃນຜະລິດຕະພັນເຫຼົ່ານີ້ ຈົນເກີດການວິໄຈ ແລະ ອະທິບາຍກ່ຽວກັບ ຂໍ້ດີ ແລະ ຂໍ້ເສຍ ຂອງການໃຊ້ GMO.

ປົກກະຕິແລ້ວ ຜູ້ຜະລິດ ຈະສ້າງ GMO ໂດຍການແນະນໍາສານພັນທຸກໍາ ຫຼື DNA ຈາກສິ່ງມີຊີວິດທີ່ແຕກຕ່າງກັນ ນໍາມາຜ່ານຂະບວນການພັນທຸວິສະວະກໍາ (genetic engineering) ຊຶ່ງສ່ວນໃຫຍ່ທີ່ເຮົາເຫັນໄດ້ໃນັກ ແລະ ໝາກໄມ້.

ຂໍ້ດີຂອງການໃຊ້ GMO:

ຜູ້ຜະລິດໃຊ້ປະໂຫຍດຈາກ ການດັດແປງທາງພັນທຸກໍາ ເພື່ອໃຫ້ໄດ້ອາຫານລັກສະນະທີ່ຕ້ອງການ. ຍົກຕົວຢ່າງ: ການອອກແບບແອບເປິນ 2 ສາຍພັນໃໝ່ ທີ່ປ່ຽນເປັນສີນໍ້າຕານໜ້ອຍລົງ ເພື່ອຖືກຕັດ ຫຼື ມີຮອຍຊໍ້າ ຈຶ່ງເຫັນວ່າ ສ່ວນໃຫຍ່ແລ້ວ ເປັນການເຮັດເພື່ອໃຫ້ພືດມີພູມຕ້ານທານໂຣກໄດ້ດີຫຼາຍຂຶ້ນ ໃນທຸກສະພາບແວດລ້ອມ. ນອກຈາກນີ້ ຍັງປັບແຕ່ງໃຫ້ມີຄຸນຄ່າທາງໂພຊະນາການ ຫຼື ທົນຕໍ່ສານກໍາຈັດວັດຊະພືດຫຼາຍຂຶ້ນ, ເມື່ອພືດສາມາດທົນທານຕໍ່ໂຣກ ກໍຈະຊ່ວຍປ້ອງກັນຕົວເອງຈາກສັດຕູພືດ ແລ້ວເຮັດໃຫ້ຜົນຜະລິດສູງຂຶ້ນ. ບໍ່ພຽງແຕ່ໃນດ້ານການປ້ອງກັນເທົ່ານັ້ນ ມັນຍັງນໍາມາໃຊ້ເພີ່ມຄຸນຄ່າທາງໂພຊະນາການ ຫຼື ເພີ່ມຣົດຊາດໃຫ້ມີຄວາມແຊບ ໄດ້ອີກດ້ວຍ.

ຂໍ້ເສຍຂອງການໃຊ້ GMO:

ເພາະວິສະວະກໍາພັນທຸສາດ ເປັນຄວາມຮູ້ຂ້ອນຂ້າງໃໝ່ສໍາລັບມະນຸດ ຈຶ່ງບໍ່ຄ່ອຍມີຄົນຮູ້ກ່ຽວກັບຜົນກະທົບ ໃນໄລຍະຍາວຂອງມັນ, ແຕ່ມີຄົນເລີ່ມຄົ້ນຄວ້າເຖິງຂໍ້ເສຍຂອງມັນ ໂດຍມີຫຼັກຖານແຕກຕ່າງກັນອອກໄປ. ບັນຫາສຸຂະພາບຫຼັກ ທີ່ກ່ຽວຂ້ອງກັບອາຫານ GMO ຖືກຖົກຖຽງກັນມາດົນແລ້ວ ນັບຕັ້ງແຕ່ເລີ່ມມີການຄົ້ນພົບ ໂດຍລະບຸໄດ້ດັ່ງນີ້:

  1. ກໍ່ໃຫ້ເກີດອາການແພ້: ບາງຄົນເຊື່ອວ່າ ອາຫານ GMO ເຮັດໃຫ້ເກີດອາການແພ້ ຊຶ່ງເປັນເພາະຂັ້ນຕອນການເຮັດວຽກ ອາດມີຢີນ ຈາກສານກໍ່ພູມແພ້ເຂົ້າມາຮ່ວມນໍາ. ອົງການອະນາໄມໂລກ ໄດ້ອອກມາຫ້າມ ບໍ່ໃຫ້ໃຊ້ສານດັງກ່າວ ຈົນກວ່າຈະມີຫຼັກຖານ ຢັ້ງຢືນວ່າ ມັນບໍ່ເປັນອັນຕະລາຍຕໍ່ສຸຂະພາບ.
  2. ເປັນສາເຫດຂອງມະເຮັງ: ນັກວິໄຈບາງຄົນເຊື່ອວ່າ ການກິນອາຫານທີ່ມີສານ GMO ສາມາດນໍາໄປສູ່ການພັດທະນາຂອງໂຣກມະເຮັງໄດ້ ພວກເຂົາໂຕ້ແຍ້ງວ່າ ເນື່ອງຈາກໂຣກນີ້ ເກີດຈາກການກາຍພັນໃນ DNA ຈຶ່ງເປັນອັນຕະລາຍທີ່ຈະນໍາຢີນໃໝ່ເຂົ້າສູ່ຮ່າງກາຍ.
  3. ຄວາມຕ້ານທານ ຕ້ານເຊື້ອແບດທີເຣຍ: ມີຄວາມກັງວົນວ່າ ການດັດແປງທາງພັນທຸກໍາ ຊຶ່ງສາມາດເພີ່ມຄວາມຕ້ານທານຂອງພືດຕໍ່ໂຣກ ຫຼື ເຮັດໃຫ້ທົນຕໍ່ສານກໍາຈັດວັດຊະພືດ ຫຼາຍຂຶ້ນ ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງຮ່າງກາຍມະນຸດ ໃນການປ້ອງກັນການເຈັບປ່ວຍ.
error: Content is protected !!