ທະນາຄານແຫ່ງ ສປປ ລາວ ຈະສູ້ຊົນ ປະຕິບັດທຸກມາດຕະການ ແກ້ໄຂເງິນຕາ ໄລຍະ 6 ເດືອນທ້າຍປີ

ທະນາຄານແຫ່ງ ສປປ ລາວ ຈະສູ້ຊົນຈັດຕັ້ງປະຕິບັດທຸກນະໂຍບາຍ-ມາດຕະການໂດຍຈະສຸມໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຈຸດສຸມ ຕິດພັນກັບແຜນເງິນ ຕາຮອດທ້າຍປີ 2022 ໂດຍຈະດຳເນີນນະໂຍບາຍເງິນຕາແບບປະສົມປະສານ ໃຫ້ຮັບ ປະກັນໄດ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ແລະ ປະກອບສ່ວນຊຸກຍູ້ການຟື້ນຕົວຂອງເສດຖະກິດ, ໃນນີ້ ຕົ້ນຕໍ່ຈະສຸມໃສ່ຄຸມຄອງປະລິມານເງິນໃນລະບົບເສດຖະ ກິດ ໃຫ້ແທດເໝາະກັບສະພາບຄວາມຕ້ອງການ ໃນການນຳໃຊ້ ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ບໍ່ສ້າງແຮງກົດດັນຄວາມຕ້ອງການບໍລິໂພກ-ຊົມໃຊ້ ແລະ ນຳເຂົ້າສິນຄ້າສູງຂຶ້ນ ເກີນຄວາມຈຳເປັນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ວ່າ: ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ດຳເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ເພື່ອຄຸ້ມຄອງໃຫ້ອັດຕາແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນເໜັງຕີງໃນລະດັບທີ່ສອດ ຄ່ອງກັບລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ໃຫ້ຫລາຍຂຶ້ນ ແລະ ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງທະນາຄານ ແລະ ຕະຫລາດນອກລະບົບ ຫຍັບໃກ້ເຂົ້າຫາກັນ, ໃນນີ້ ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ກຳນົດອັດຕາແລກປ່ຽນອ້າງອີງປະຈໍາວັນ ເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນຕົວແທນ ກໍານົດອັດຕາແລກປ່ຽນຂອງຕົນ ໃຫ້ຢູ່ໃນຂອບເຂດທີ່ລະບຽບການກຳນົດໄວ້.

ພ້ອມນັ້ນ, ຍັງຈະສືບຕໍ່ປັບປຸງເຄື່ອງມື ແລະ ກົນໄກການຄຸ້ມຄອງເງິນຕາຕ່າງປະ ເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດຂອງຊາດ ໃຫ້ຄັງສຳຮອງເງິນຕາຕ່າງປະເທດ; ສືບຕໍ່ປະສານສົມທົບກັບພາກສ່ວນຮັບຜິດຊອບທີ່ກ່ຽວຂ້ອງ ເພື່ອຮ່ວມກັນສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ-ກາງ ສາມາດເຂົ້າເຖິງແຫລ່ງທຶນຂອງທະນາຄານໄດ້ຫລາຍຂຶ້ນ ໃນເງື່ອນໄຂທີ່ເໝາະສົມຍິ່ງຂຶ້ນ, ຜ່ານຂັ້ນຕອນ-ກົນໄກ ທີ່ກະທັດຮັດຂຶ້ນ.

ຂ່າວ: ກິດຕາ

error: Content is protected !!