ແຈ້ງການໃໝ່ຫຼ້າສຸດ ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ

ກ່ອນໜ້ານີ້ທີ່ ສໍານັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ອອກແຈ້ງການ ສະບັບເລກທີ 1120/ທຄຕລ 2022 ລົງວັນທີ 9 ມິຖຸນາ ນະຄອນຫຼວງ ວຽງຈັນ ວ່າ ກໍານົດເອົາສະກຸນເງິນກີບຈ່າຍໃຫ້ລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram.

ແຕ່ຫຼ້າສຸດ ທາງສໍານັກງານໃຫຍ່ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ໄດ້ອອກແຈ້ງການໃໝ່ ແຈ້ງມາຍັງບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ, ຫ້ອງແລກປ່ຽນ ທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ ຊາບວ່າ ເນື່ອງຈາກຄວາມພ້ອມທາງ ດ້ານການຈັດຕັ້ງປະຕິບັດພາຍໃນ ແລະ ສາກົນ, ທຄຕລ ໃຫ້ບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ, ຫ້ອງ ແລກປ່ຽນທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ ທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ໂຈະທີ່ຈະປະຕິບັດຕາມແຈ້ງການເລກທີ 1120-1121/ ທຄຕລ ລົງວັນທີ 09 ມີຖຸນາ 2022.

ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ.
ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ

error: Content is protected !!