ເດືອນ ພຶດສະພາ ຕໍາຫລວດຈະລາຈອນສາມາດຕິດປ້າຍລົດໄດ້ 10 ພັນກວ່າຄັນ

ທ່ານ ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະ ຊວງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ເມື່ອບໍດົນມານີ້ວ່າ: ໃນເດືອນ ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ສາມາດຕິດປ້າຍລົດໃນທົ່ວປະເທດໄດ້ 10,403 ຄັນ. ໃນນີ້, ລົດ 2 ລໍ້ 5,982 ຄັນ, ລົດ 4 ລໍ້ 3,682 ຄັນ, ລົດ 6 ລໍ້ 737 ຄັນ ແລະ ລົດ 3 ລໍ້ 2 ຄັນ.

ພ້ອມກັນນີ້, ສາມາດຂຶ້ນແຜນຜະລິດປ້າຍລົດ ໄດ້ທັງໝົດ 1,863 ຄັນ. ໃນນີ້, ລົດ 2 ລໍ້ 454 ຄັນ, ລົດ 4 ລໍ້ 715 ຄັນ, ລົດ 6 ລໍ້ 694 ຄັນ ແລະ ຂຶ້ນແຜນຜະລິດປ້າຍເພີ່ມ 1,534 ຄັນ, ຂຶ້ນແຜນປ້າຍເປ່ເພ 72 ຄັນ, ປ້າຍຂ້າມ 178 ຄັນ (ນະຄອນຫລວງ ວຽງຈັນ 85 ຄັນ), ປ້າຍຕົກເຮ່ຍ 74 ຄັນ (ນະຄອນຫລວງ ວຽງຈັນ 50 ຄັນ), ປ້າຍອົງການຈັດຕັ້ງສາກົນ 4 ຄັນ ແລະ ປ້າຍທົດແທນ 1 ຄັນ.

ທ່ານ ພັອ ກົງສີ ສຸວັນນະຕູ້ມ ໃຫ້ຮູ້ຕື່ມວ່າ: ສະເພາະແຂວງທີ່ຕິດປ້າຍໄດ້ຫລາຍກວ່າໝູ່ ແມ່ນນະຄອນຫລວງ ວຽງຈັນ ຕິດປ້າຍລົດໄດ້ທັງໝົດ 4,961 ຄັນ, ຈໍາປາສັກ 840 ຄັນ, ຫລວງພະບາງ 830 ຄັນ, ໄຊຍະບູລີ 678 ຄັນ, ສະຫວັນນະເຂດ 593 ຄັນ, ຄໍາມ່ວນ 561 ຄັນ ແລະ ແຂວງຫລວງນໍ້າທາ 513 ຄັນ.

ຂໍ້ມູນ: ໜັງສືພິມ ປກສ

error: Content is protected !!