ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 13-19 ມິຖຸນາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສະພາບອາກາດໃນໄລຍະວັນທີ 13 ຫາ 16 ມິຖຸນາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສ່ວນພາກໃຕ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນປົກຄຸມດ້ວຍກໍາລັງແຮງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ. ຈາກນັ້ນ, ໃນວັນທີ 17-19 ມິຖຸນາ 2022 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະມີກໍາລັງປານກາງພັດປົກຄຸມ ຊຶ່ງຈະເຮັດຝົນຍັງສືບຄໍ່ຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ຕໍ່ສະພາບການດັ່ງກ່າວ, ຈຶ່ງແຈ້ງເຕືອນເຖິງປະຊາຊົນລາວບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບ ຝົນຕົກໜັກ, ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫລັງຄາເຮືອນເປ່ເພ. ສຳລັບຜູ້ທີ່ອາໃສ ຢູ່ແຂວງ ພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ ແລະ ນໍ້າຖ້ວມຊຸ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫລາຍວັນ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

error: Content is protected !!