
ອີງຕາມການລາຍງານຂ່າວຈາກ ຈີນ ໃນວັນທີ 11 ມິຖຸນາ ນີ້, ຈີນ ແລະ ຣັດເຊຍ ຮ່ວມຈັດ ພິທີເປີດຂົວຂ້າມຊາຍແດນແຫ່ງໃໝ່ຂ້າມແມ່ນ້ຳ ອາມູຣ (Amur) ເຊື່ອມຕໍ່ລະຫວ່າງ ເມືອງບລາໂກ ເວສເຊນ (Blagoveshchensk) ໃນພາກຕາເວັນອອກ ຂອງ ຣັດເຊຍ ກັບເມືອງ ເຮ່ຍເຫີ (Heihe) ແຂວງ ເຮຍຫລົງຈຽງ (Heilongjiang) ຂອງ ຈີນ ມີຄວາມຍາວ ກວ່າ 1 ກິໂລແມັດ, ໃຊ້ງົບປະມານ ໃນການກໍ່ສ້າງ 342 ລ້ານໂດລາສະຫະລັດ ຫລັງຈາກໄດ້ກໍ່ສ້າງເມື່ອປີ 2016 ແລະ ສຳເລັດເດືອນ ພຶດສະພາ 2020 ແຕ່ການເປີດຂົວຊັກຊ້າອອກໄປ ຍ້ອນການແພ່ລະບາດ ໂຄວິດ-19.

ສຳລັບຂົວແຫ່ງນີ້ ຈະຊ່ວຍຫລຸດຜ່ອນໄລຍະທາງ ໃນການເດີນທາງ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງ ຈີນ ກັບ ຣັດເຊຍ ໄດ້ເຖິງ 1,500 ກິໂລແມັດ ແລະ ຖືເປັນເສັ້ນທາງສຳຄັນຂອງ ຣັດເຊຍ ໃນການຄ້າຂາຍກັບ ຈີນ ແລະ ຈະຊ່ວຍເພີ່ມມູນຄ່າສິນຄ້າກັບ ຈີນ ໄດ້ເຖິງ 200 ຕື້ໂດລາ ສະຫະລັດ ໃນອີກ 2 ປີຕໍ່ໜ້າ ໂດຍສະເພາະ ຈີນ ຖືເປັນຜູ້ຊື້ສິນຄ້າປະເພດຊັບພະຍາກອນ ທໍາມະຊາດ ແລະ ຜະລິດຕະພັນທາງກະສິກຳແຫ່ງໃຫຍ່ຂອງ ຣັດເຊຍ.



