

ເມື່ອເວົ້າເຖິງ ອາຫານພື້ນເມືອງລາວ ປົ່ນກົບ ເປັນອີກເມນູໜຶ່ງ ທີ່ຄົນ ລາວ ເຮົາ ມັກແຕ່ງກິນເປັນປະຈໍາ! ແລະ ມີຫຼາກຫຼາຍວິທີປຸງແຕ່ງທີ່ແຕກຕ່າງກັນ, ມື້ນີ້ ອັບເດດລາວ ໄດ້ນໍາເອົາວິທີປຸງແຕ່ງ ປົ່ນກົບ ອີກໜຶ່ງວິທີ ຈາກເພຈ Jipnoii Cooking – ຄົວຈິບນ້ອຍ ມາແບ່ງປັນໃຫ້ທຸກໄດ້ຮູ້ ແລະ ສາມາດນໍາເອົາໄປເຮັດຕາມ!
ວິທີປຸງແຕ່ງ:
– ເອົາໝາກເຜັດ ແລະ ຫົວຜັກບົ່ວໄປໝົກໃຫ້ຫອມ.
– ຄົວກົບ ລອກໜັງ ຕັດເລັບໃຫ້ສະອາດ (ບາງທ້ອງຖິ່ນບໍ່ລອກໜັງ).
– ຕົ້ມນໍ້າໃຫ້ຟົດແລ້ວໃສ່ປາແດກ ຫົວສີໄຄ ແລະ ໝາກເຂືອ.
– ຕົ້ມຈົນນໍ້າຟົດແລ້ວເອົາກົບລົງໄປຕົ້ມຈົນສຸກ.
– ຕຳຫົວຜັກບົ່ວ ແລະ ໝາກເຜັດທີ່ໝົກແລ້ວ ໃສ່ເກືອ ແລະ ແປ້ງນົວ ຕຳໃຫ້ພໍແຫຼກ.
– ເອົາໝາກເຂືອລົງໄປຕຳ ຕາມດ້ວຍກົບທີ່ຕົ້ມສຸກແລ້ວຕຳບໍ່ແຫຼກຫຼາຍເດີ້!
– ຕັກນໍ້າປາແດກໃສ່ປະມານ 2 ບ່ວງແກງ ໃຜມັກນໍ້າຫຼາຍ ນໍ້າໜ້ອຍໃສ່ໄດ້ເລີຍເດີ ຫຼັງຈາກນັ້ນຊີມ.
– ໃສ່ຜັກຫອມບົ່ວ ຫອມປ້ອມ ແລະ ຫອມເປ
ກິນກັບເຂົ້າໜຽວຮ້ອນໆ ຜັກສົດໆ ຍາມເຊົ້າຈະແຊບຫຼາຍ!








