ເປີດນໍາໃຊ້ບໍລິການຢັ້ງຢືນ ການສັກວັກຊິນ ແບບດີຈີຕອລ ແລະ ລະບົບການປິ່ນປົວຢູ່ບ້ານ

ນະຄອນຫຼວງ ວຽງຈັນ (ນວ) ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງສາທາລະນະສຸກໄດ້ຮ່ວມກັນເປີດນໍາໃຊ້ບໍລິການຢັ້ງຢືນການສັກວັກຊິນແບບດີຈີຕອລ Vaccine ID/VaccinePassport ແລະ ລະບົບການປິ່ນປົວຕົນເອງຢູ່ບ້ານ ໃນວັນທີ 8 ມິຖຸນານີ້ ທີ່ຫ້ອງວ່າການປົກຄອງ ນວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທະວີສັກ ມະໂນທໍາ ຫົວໜ້າສູນບໍລິຫານລັດດີຈີຕອລ ຄະນະຮັບຜິດຊອບປັບປຸງພັດທະນາ ແລະ ສົ່ງເສີມການນໍາໃຊ້ບໍລິການ Vaccine ID ແລະ Home Isolation ໄດ້ລາຍງານຄວາມເປັນມາຂອງການພັດທະນາບໍລິການດັ່ງກ່າວ ຊຶ່ງເປັນການຕໍ່ຍອດບໍລິການລາວ ສູ້ໆ ທີ່ ກຕສ ໄດ້ເປີດໂຕຮ່ວມກັບ ກະຊວງສາທາລະນະສຸກ ໃນວັນທີ 5 ກໍລະກົດ 2021 ຜ່ານມາ, ກຕສ ໄດ້ສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ, ບໍລິສັດ ເອັສບີເລັບ-856 ຈຳກັດ ແລະ ບໍລິສັດ ລາຍລາວແລັບ ໄອຊີທີໂຊລູເຊີນ ຈຳກັດ ພັດທະນາລະບົບ Vaccine ID/Vaccine Passport ແລະ ລະບົບ Home Isolation ເພື່ອໃຫ້ບໍລິການປະຊາຊົນລາວທົ່ວປະເທດແບບບໍ່ເສຍຄ່າປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ທັງເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດປະເທດໃຫ້ມີຄວາມປອດໄພ ໂດຍໃນໄລຍະທຳອິດແມ່ນເລັ່ງນໍາໃຊ້ຢູ່ບັນດາເມືອງ ໃນ ນວ ກ່ອນ ແລ້ວຈຶ່ງຂະຫຍາຍໄປຫາບັນດາແຂວງໃນທົ່ວປະເທດ.

ລະບົບ Vaccine ID/Vaccine Passport ເປັນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຢັ້ງຢືນການສັກວັກຊິນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະແພດໝໍໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ມີຄວາມສ່ຽງໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ, ລະບົບປິ່ນປົວຢູ່ບ້ານ Home Isolation ເປັນລະບົບທີ່ຊ່ວຍໃຫ້ປະຊາຊົນ ສາມາດລົງທະບຽນປິ່ນປົວພະຍາດ ໂຄວິດ-19 ດ້ວຍຕົນເອງ ໂດຍຜູ້ຕິດເຊື້ອສາມາດກັກໂຕ ປິ່ນປົວຕົນເອງຢູ່ບ້ານ ແລະ ແພດໝໍ ສາມາດຄັດເລືອກຄົນເຈັບທີ່ມີອາການໜັກເຂົ້າມາປິ່ນປົວຢູ່ໂຮງໝໍໄດ້ທັນເວລາ ແລະ ໃຫ້ຄໍາແນະນໍາໃນການປິ່ນປົວ ແກ່ຄົນເຈັບທີ່ກັກໂຕປິ່ນປົວຢູ່ບ້ານໂດຍກົງຜ່ານລະບົບອອນລາຍ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີໃນການຫັນເປັນທັນສະໄໝ ບາງຕອນສຳຄັນກ່າວວ່າ: “ເຖິງວ່າສະພາບການລະບາດຂອງພະຍາດ ໂຄວິດ-19 ໃນປັດຈຸບັນຈະບໍ່ໜັກ ບໍ່ຮຸນແຮງແລ້ວກໍຕາມແຕ່ກໍຍັງມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ຕິດຕາມຄວບຄຸມ ແລະ ເຝົ້າລະວັງຕໍ່ໄປດ້ວຍການຫັນເປັນທັນສະໄໝຕາມທ່າອ່ຽງຂອງໂລກ ການນໍາໃຊ້ Vaccine ID/Vaccine Passport ແລະ Home Isolation ແມ່ນເຄື່ອງມືທີ່ຈໍາເປັນແກ່ພົນລະເມືອງລາວ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ລາວ ໃນການຂຶ້ນທະບຽນສະຖານະພາບ ການໄດ້ຮັບຢາວັກຊິນຂອງຕົນແບບລວມສູນສະດວກວ່ອງໄວປອດໄພ ແລະ ໂປ່ງໃສ ທັງເປັນພື້ນຖານ ເພື່ອເປັນທາງເລືອກໃນການນໍາໃຊ້ ເພື່ອເດີນທາງເຂົ້າ-ອອກປະເທດ”.

ການເປີດບໍລິການດັ່ງກ່າວນີ້ຈະເປັນບາດກ້າວສໍາຄັນໃນການຂັບເຄື່ອນປະເທດໃຫ້ກ້າວໄປສູ່ການເປີດປະເທດຢ່າງເຕັມຮູບແບບ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາຍັງປະເທດລາວ ແລະ ການຫັນມານໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຂຶ້ນທະບຽນການສັກວັກຊິນສາມາດກວດສອບ ແລະ ຕິດຕາມການສັກວັກຊິນ ສຳລັບປະຊາຊົນ ແລະ ຊາວຕ່າງດ້າວທີ່ຈະເຂົ້າມາ ສປປ ລາວ ແລະ ຊ່ວຍໃນວຽກງານການຕ້ານການລະບາດຂອງພະຍາດ ໂຄວິດ-19 ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ຄ່າໃຊ້ຈ່າຍໃນການເດີນທາງຂອງຜູ້ປ່ວຍ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອລະຫວ່າງແພດໝໍ ແລະ ຜູ້ປ່ວຍອີກດ້ວຍ.

ຂໍ້ມູນຂ່າວ-ພາບ: ບຸນຕອມ

error: Content is protected !!