ລັດຖະບານຕັ້ງເປົ້າ ສູ້ຊົນເຮັດໃຫ້ມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນ 8-10% ຕໍ່ປີ

ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ວາງຄາດໝາຍກໍຄືທິດທາງການຮ່ວມມື ສອງຝ່າຍໃນໄລຍະປີ 2022-2025 ແມ່ນຈະສູ້ຊົນຊຸກຍູ້ພາກເອກະຊົນ ໃຫ້ສາມາດຮັກສາອັດຕາການເພີ່ມຂຶ້ນຂອງມູນຄ່າການຄ້າສອງຝ່າຍໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານວາງອອກ ຄືເພີ່ມຂຶ້ນ 8-10% ຕໍ່ປີ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (ວັນທີ 5 ກັນຍາ 1962- ວັນທີ 5 ກັນຍາ 9 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022) ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ວາງວາງຄາດໝາຍ ກໍຄື ທິດທາງແຜນການຮ່ວມມື ສອງຝ່າຍໃນໄລຍະປີ 2022-2025 ແມ່ນຈະສູ້ຊົນຊຸກຍູ້ພາກເອກະຊົນ ໃຫ້ສາມາດຮັກສາອັດຕາການເພີ່ມຂຶ້ນຂອງມູນຄ່າການຄ້າສອງຝ່າຍ ໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານວາງອອກ ຄືເພີ່ມຂຶ້ນ 8-10% ຕໍ່ປີ, ສືບຕໍ່ຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະ 2021-2025 ແລະ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ສອງລັດຖະບານ ໃນແຕ່ລະໄລຍະທີ່ນອນໃນຂະແໜງອຸດສາຫະກຳ ແລະ ການຄ້າ, ສືບຕໍ່ຈັດກອງປະຊຸມແຜນການຮ່ວມມື ລະຫວ່າງ ສອງກະຊວງ ອຸດສາຫະກຳ ແລະ ການຄ້າ ລາວ ແລະ ຫວຽດນາມ ປະຈຳປີ ໃນແຕ່ລະປີ ໄລຍະ 2021-2030 ເພື່ອປຶກສາຫາລືການຊຸກຍູ້, ສົ່ງເສີມການຄ້າ ແລະ ຊອກຫາວິທີທາງແກ້ໄຂບັນຫາ ແລະ ອຸປະສັກຮ່ວມກັນ ໃຫ້ແກ່ພາກທຸລະກິດຂອງສອງປະເທດ ໄດ້ຮັບຜົນປະໂຫຍດ.

ທ່ານກ່າວໃຫ້ຮູ້ຕື່ມວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຈະປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຝ່າຍຫວຽດນາມ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກ ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລະຫວ່າງ ລາວ-ຫວຽດນາມ ຄັ້ງທີ XII ໃນປີ 2022, ການກວດກາສະພາບການຈັດຕັ້ງປະຕິບັດຂໍ້ຕົກລົງ ຮ່າໂນ້ຍ 2007 ກ່ຽວກັບການອໍານວຍຄວາມສະດວກ ໃຫ້ແກ່ຄົນ, ພາຫະນະ ແລະ ສິນຄ້າເຂົ້າ-ອອກ ຜ່ານດ່ານ ລະຫວ່າງ ສອງປະເທດ ແລະ ປັບ ປຸງຂໍ້ຕົກລົງ ໃຫ້ສະດວກກວ່າເກົ່າ, ສືບຕໍ່ຕິດຕາມສະພາບການຈັດຕັ້ງປະຕິບັດບັນດາເນື້ອໃນຂອງແຜນການຮ່ວມມື ໂດຍສະເພາະການແກ້ໄຂບັນຫາຕ່າງໆ ຕາມການລາຍງານຂອງບັນດາແຂວງ ແລະ ການສ່ອງແສງຈາກພາກທຸລະກິດ ໃນວຽກງານການຈັດຕັ້ງປະຕິບັດສັນຍາການຄ້າສອງຝ່າຍ ແລະ ການຄ້າຊາຍແດນ ລະຫວ່າງ ລາວ ແລະ ຫວຽດນາມ ເພື່ອຊຸກຍູ້-ສົ່ງເສີມ, ອຳນວຍຄວາມສະດວກ ໃຫ້ແກ່ພາກທຸລະກິດ ນຳເຂົ້າ-ສົ່ງອອກສິນຄ້າ ແລະ ເປັນການເພີ່ມມູນຄ່າການຄ້າສອງຝ່າຍ ທີ່ສອງລັດຖະບານ ໄດ້ວາງເປົ້າໝາຍໄວ້, ທົບທວນຄືນ ແລະ ປັບປຸງເນື້ອໃນຂອງສັນຍາການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຫວຽດນາມ ໃຫ້ສອດຄ່ອງກັບສະພາບເສດຖະກິດ-ການຄ້າໃນປັດຈຸບັນ ແນໃສ່ເພື່ອຊຸກຍູ້ສົ່ງເສີມການຄ້າສອງຝ່າຍໃຫ້ເພີ່ມຂຶ້ນໃນຕໍ່ໜ້າ.

ຂໍ້ມູນຂ່າວ: ສຳນານ

error: Content is protected !!