ກູ້ໄພແຂວງ ຄໍາມ່ວນ ແຈ້ງໃຫ້ຮູ້ວ່າ “ໃນວັນທີ 9 ມິຖຸນາ 2022 ເວລາ 00:40 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ ເຫດລົດໃຫຍ່ຕຳທ້າຍລົດພ່ວງ ຢູ່ບ້ານ ເສັ້ນທາງບ້ານ ນາຫຍ້າຫວາຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ ເສຍຊີວິດ ຕິດພາຍໃນ 2 ຄົນ ເພດຊາຍ ( ຜູ້ໂດຍສານ )”.

ຜູ້ທີ 1 ກະທົບຫົວ ໜ້າມຸ່ນ ບາດແຜຈີກໃຫຍ່ ແລະ ຜູ້ທີ 2 ກະທົບໜ້າ ບາດແຜຈີກໃຫຍ່.

ທາງກູ້ໄພຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປຍັງໂຮງເຢັນແຂວງ ຄຳມ່ວນ.

