ສຳນັກຂ່າວ ຊິນຮວາ, ວັນທີ 8 ມິຖຸນາ ນີ້, ສະຫະພາບ ຢູໂຣບ (ອີຢູ) ຕົກລົງ ເຫັນດີ ໃຫ້ຜູ້ຜະລິດໂທລະສັບ ສະມາດໂຟນ, ແທັບເລັດ ແລະ ກ້ອງຖ່າຍຮູບ ໃຊ້ຫົວສາກໄຟຟ້າແບບດຽວກັນໝົດ ທຸກອຸປະກອນເປັນຄັ້ງທຳອິດ ຂອງໂລກໃນທ້າຍປີ2024 ໂດຍອຸປະກອນ ສື່ສານ ທັງໝົດ ຕ້ອງໃຊ້ຫົວສາກ ແບບ USB-Cເທົ່ານັ້ນ ເພື່ອແນໃສ່ ຫລຸດຜ່ອນ ບັນຫາຂີ້ເຫຍື້ອ ເອເລັກໂທຣນິກ ໄດ້ຫລາຍພັນໂຕນ ແລະ ສະດວກສະບາຍ ໃນການໃຊ້ງານຫລາຍຂຶ້ນ ກວ່າເກົ່າ.

