
ເຫດການຄະດີຄາດຕະກໍາ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດ ບ້ານໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່. ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ.

ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກົມສືບສວນ-ສອບສວນ ຖະແຫຼງຂ່າວ ໃນວັນທີ 8 ມິຖຸນາ ນີ້ ວ່າ: ໃນວັນທີ 18 ມີນາ 2022, ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກ ນາງ ສ້ອຍສຸດາ ອາຍຸ 18 ປີ, ຢູ່ບ້ານ ດົງນາໂຊກເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ ວ່າ: ຜົວຂອງຕົນເອງ ຊື່ທ້າວ ບຸນທ່ຽງ ອາຍຸ 53 ປີ ນັກທຸລະກິດ ພ້ອມດ້ວຍໝູ່ຊື່ທ້າວ ເຊິນຫາຍເຜິ້ງ ອາຍຸ 49 ປີ, ນັກທຸລະກີດຊາວ ຈີນ ພັກເຊົາຢູ່ບ້ານ ດົງນາໂຊກເໜືອ ໄດ້ຖືກຄົນຮ້າຍລັກພາຕົວໄປຮຽກຄ່າໄຖ່; ເມື່ອໄດ້ຮັບການລາຍງານ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ທີ່ກ່ຽວຂ້ອງລົງ ສົມທົບກັບ ປກສ ເມືອງ ສີໂຄດຕະບອງ, ປກສ ກຸ່ມ, ອົງການ ປົກຄອງບ້ານ ທີ່ກ່ຽວຂ້ອງ ລົງກວດກາເກັບກຳຂໍ້ມູນເບື້ອງຕົ້ນຕາມລັກການວິຊາສະເພາະ ເພື່ອຊອກຫາຜູ້ຖືກເຄາະຮ້າຍ ແລະ ເປົ້າໝາຍກໍ່ການກະທຳຜິດ.

ມາຮອດວັນທີ 26 ມີນາ 2022, ເວລາ 13:00 ໂມງ ໄດ້ຮັບການລາຍງານ ຈາກ ປກສ ເມືອງ ສີໂຄດຕະບອງ ວ່າ: ມີປະຊາຊົນໄປຫາໜໍ່ໄມ້ ແລ້ວພົບເຫັນສົບສອງສົບ ຖືກຟັງດິນໄວ້ ຢູ່ປ່າແຄມທາງ ເຂດບ້ານໄໝ່ ເມືອງສີໂຄດຕະບອງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ພິສູດຊາກສົບ ຈຶ່ງສາມາດຮູ້ໄດ້ວ່າ: ສົບສອງສົບທີ່ຖືກຄາດຕະກຳ ຟັງດິນແມ່ນ ສົບຂອງທ້າວ ບຸນທ່ຽງ ແລະ ທ້າວ ເຊິນຫາຍເຜິ້ງ ທີ່ຖຶກລັກພາຕົວໄປແຕ່ວັນທີ 18 ມີນາ 2022.

ມາຮອດວັນທີ 12 ເມສາ 2022, ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍສົງໃສທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳ ໄດ້ 1 ຄົນ, ຊື່ທ້າວ ສີພັນ ຫຼື ບີ້ ອາຍຸ 19 ປີ ກໍາມະກອນ ຢູ່ບ້ານ ສະພານທອງໃຕ້ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ.


ຜ່ານການ ສອບສວນ ທ້າວ ສີພັນ ໄດ້ໃຫ້ການຊັກທອດຫາ ຜູ້ເປັນຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການຫຼາຍຄົນ; ຜ່ານການດໍາເນີນຄະດີຢ່າງເຄັ່ງຮ້ອນສາມາດຕິດຕາມຈັບ ເປົ້າໝາຍທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳ ໄດ້ທັງໜົດ 13 ຄົນ ຍິງ 1 ຄົນ, ຄົນລາວ 8 ຄົນ ຍິງ 1 ຄົນ, ຄົນສັນຊາດຈີນ 4 ຄົນ, ພາຫະນະຮັບໃຊ້ເຂົ້າໃນການກະທຳຜິດ ລົດໃຫຍ່ 2 ຄັນ; ນອກນັ້ນ, ເຈົ້າໜ້າທີ່ພວກເຮົາ ຍັງສືບຕໍ່ດໍາເນີນໄລ່ຊອກໄລ່ຈັບ ພັກພວກຂອງພວກຂອງພວກມັນທີ່ກຳລັງເອົາຕົວຫຼົບໜີ ມານຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.






ພາບ-ຂໍ້ມູນຂ່າວ: ໜັງສືພິມຄວາມສະຫງົບ.