ອົງການໂກຟີ ມອບອາຄານວິເຄາະກວດ ໂຄວິດ-19 ຫລັງໃໝ່ໃຫ້ໂຮງໝໍ ແຂວງ ຄໍາມ່ວນ

ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບຕຶກວິເຄາະກວດ ໂຄວິດ-19 ລະຫວ່າງ ອົງການໂກຟີ (KOFIH) ຫລື ມູນນິທິເກົາຫຫລີ ເພື່ອຮັກສາສຸຂະພາບສາກົນກັບແຂວງ ຄໍາມ່ວນ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານ ວັດທະນະທໍາ-ສັງຄົມ, ທ່ານ ນາງ ເຮຢອງລີ ຜູ້ຕາງໜ້າອົງການໂກຟີ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງຫ້ອງວິເຄາະກວດຫາເຊື້ອພະຍາດ ໂຄວິດ-19 ຢູ່ໂຮງໝໍແຂວງ ຄໍາມ່ວນ ໄດ້ຮັບງົບປະມານຈາກອົງການໂກຟີ ປະຈໍາ ສປປ ລາວ ໃນມູນຄ່າ 636 ລ້ານກວ່າກີບ ໂດຍແມ່ນພະແນກສາທາລະນະສຸກແຂວງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ລັດວິສາຫະກິດ ສໍາຫລວດ-ອອກແບບ ແລະ ກໍ່ສ້າງແຂວງ ເປັນຜູ້ຊະນະການປະມູນຈັດຊື້-ຈັດຈ້າງ ແລະ ເປັນຜູ້ຮັບເໝົາກໍ່ສ້າງ, ອາຄານດັ່ງກ່າວ ເປັນອາຄານກໍ່ຊັ້ນດຽວ ກວ້າງ 10×20 ແມັດ, ມີຫ້ອງເຮັດວຽກຂອງພະນັກງານ 7 ຫ້ອງ, ສາງເກັບເຄື່ອງ 1 ຫ້ອງ, ຫ້ອງໜຶ້ງຂີ້ເຫຍື້ອ 1 ຫ້ອງ ແລະ ຫ້ອງນໍ້າ 1 ຫ້ອງ, ປະກອບມີລະບົບໄຟຟ້າ ຄົບຊຸດ.

ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ກ່າວວ່າ: ແຂວງຄໍາມ່ວນ ມີຜູ້ຕິດເຊື້ອສະສົມຈໍານວນ 3,913 ຄົນ, ຍິງ 1,862 ຄົນ, ປິ່ນປົວຫາຍດີ 3,872 ຄົນ ແລະ ໄດ້ເສຍຊີວິດ 31 ຄົນ, ມີແພດໝໍຕິດເຊື້ອຈໍານວນໜຶ່ງ. ສະນັ້ນ, ການກວດຫາເຊື້ອພະຍາດ ໂຄວິດ-19 ດ້ວຍເຄື່ອງມືການແພດທີ່ທັນສະໄໝ, ວ່ອງໄວ, ຊັດເຈນຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນໃນການບົ່ງມະຕິພະຍາດ ເພື່ອປິ່ນປົວໃຫ້ທັນເວລາ, ຮັກສາສຸຂະພາບຂອງປະຊາຊົນແຂວງຄໍາມ່ວນ ໃຫ້ຫາຍດີຈາກພະຍາດ ໂຄວິດ-19 ຢ່າງໄວວາ.

ໂອກາດນີ້, ຕາງໜ້າສູນການແພດ ແລະ ຟື້ນຟູໜ້າທີ່ການ ກໍໄດ້ມອບລໍ້ຍູ້ຄົນເຈັນ ຈໍານວນ 10 ຄັນໃຫ້ແກ່ໂຮງໝໍແຂວງຄໍາມ່ວນ ເພື່ອສ້າງເງື່ອນໄຂອໍານວຍຄວາມສະ ດວກໃຫ້ແກ່ພະນັກງານແພດໝໍ ແລະ ຄົນໄຂ້ ຕື່ມອີກ.

ຂໍ້ມູນຂ່າວ-ພາບ: ແດງສະຫວັດ

error: Content is protected !!