ຜັກບຳລຸງນໍ້ານົມແມ່ລູກອ່ອນ

ເດັກເກີດໃໝ່ ຫາ 6 ເດືອນ ຫຼື 1 ປີ ການດື່ມນົມແມ່ ເປັນສິ່ງດີທີ່ສຸດ ເພາະຈະເຮັດໃຫ້ເດັກຈະເລີນເຕີບໃຫຍ່ໄວ, ແຂງແຮງສົມບູນ ແລະມີພູມຄຸ້ມກັນສູງນຳອີກ. ດັ່ງນັ້ນ ໃນຊ່ວງກ່ອນເກີດ ແລະ ຫຼັງເກີດ ແມ່ຈຶ່ງຕ້ອງກຽມໂຕເພື່ອໃຫ້ມີນໍ້ານົມພຽງພໍສຳລັບໃຫ້ລູກດື່ມ. ແຕ່ແມ່ບາງຄົນທີ່ເກີດລູກມາແລ້ວ ບໍ່ມີນໍ້ານົມອອກມາ ແລະຖ້າພົບບັນຫານີ້ ຈົ່ງຫາພືດຜັກຕໍ່ໄປນີ້ມີກິນເລື້ອຍໆເດີ.

  • ປີກ້ວຍ: ອຸດົມໄປດ້ວຍແຄວຊຽວສູງ, ໃຍອາຫານ, ໂປຣຕິນ, ຟອສຟໍຣັດ ແລະ ວິຕາມິນ C ຊຶ່ງຈະຊ່ວຍກະຕຸ້ນການສ້າງນໍ້ານົມໃຫ້ແມ່ລູກອ່ອນໄດ້ເປັນຢ່າງດີ. ສ່ວນໃຫຍ່ແລ້ວ ມັກຈະນຳໄປປະກອບເປັນແກງ, ເຫຍື້ອເຂົ້າປຸ້ນ, ຍໍາ ຫຼື ອາດຈະນຳເອົາໄປຕົ້ມຈໍ້າແຈ່ວກໍໄດ້.
  • ກະເພົາ: ມີທາດເຫຼັກ, ແຄວຊຽມ, ຟອສຟໍຣັດ ແລະ ໃຍອາຫານສູງ ແຖມຍັງມີຣົດເຜັດຮ້ອນ ຊຶ່ງຈະກະຕຸ້ນການໄຫຼວຽນຂອງເລືອດ ແລະ ຊ່ວຍເຮັດໃຫ້ນໍ້ານົມໄຫຼຫຼາຍຂຶ້ນ. ນອກນີ້ ເມື່ອເດັກໄດ້ດື່ມຜ່ານນໍ້ານົມແມ່ແລ້ວ ຍັງຈະຊ່ວຍຫຼຸດອາການແໜ້ນທ້ອງ, ທ້ອງອືດໄດ້ອີກດ້ວຍ. ນຳໃບກະເພົາໄປປະກອບອາຫານດ້ວຍການ ຂົ້ວ, ແກງໃສ່ປາ ແລະ ອື່ນໆ.
  • ຜັກນາງຕູ່: ມີຣົດຊາດຫອມຮ້ອນ ເມື່ອກິນແລ້ວ ຈະກະຕຸ້ນການໄຫຼວຽນຂອງເລືອດ ແລະ ຊ່ວຍຂັບນໍ້ານົມ. ນອກນີ້ ຍັງມີທາດເຫຼັກ, ແຄວຊຽມ, ວິຕາມິນ B ແລະ C ສູງ ຊຶ່ງນິຍົມກັນນໍາເອົາໄປໃສ່ເອາະ, ແກງ ຫຼື ຈະກິນແບບສົດໆກໍໄດ້.
  • ຂີງ: ອຸດົມໄປດ້ວຍວິຕາມິນ A, B 1, B 2, ແຮ່ທາດ, ແຄວຊຽມ ແລະ ຄາໂບໄຮເດຣດ. ຂີງມີສັບພະຄຸນຊ່ວຍແກ້ອາການປຸ້ນທ້ອງ, ແກ້ປວດຮາກ, ຂັບລົມ, ຂັບເຫື່ອ ແລະ ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ເຮັດໃຫ້ນໍ້ານົມໄຫຼໄດ້ດີ. ຄົນເຮົາສາມາດນຳຂີງໄປໃຊ້ໄດ້ຫຼາຍທາງໃນການປຸງອາຫານ ແລະ ຍັງລວມເຖິງນຳໄປເຮັດຊາຜົງອີກດ້ວຍ.
  • ໝາກຫຸ່ງ: ໝາກຫຸ່ງ ນອກຈາກຈະເປັນຢາລະບາຍແລ້ວ ຍັງມີວິຕາມິນ A, B,​ C, ທາດເຫຼັກ, ຟົດສະຟໍຣັດ, ໃຍອາຫານ ແລະ ແຄວຊຽມສູງ ຊຶ່ງເມື່ອກິນແລ້ວຈະຊ່ວຍຂັບນຳ້ນົມໄດ້ດີ, ແມ່ລູກອ່ອນອາດຈະກິນໝາກຫຸງສຸກເປັນອາຫານວ່າງ ຫຼື ຈະນໍາເອົາໄປຕຳ, ແກງ ຫຼື ຂົ້ວໃສ່ໄຂ່ກໍແຊບ.
  • ໝາກອຶ: ເຕັມໄປດ້ວຍວິຕາມິນ A, B,​ C, ຟອສຟໍຣັດ ແລະ ເບຕ້າແຄໂຣທີນ. ນອກຈາກຈະຊ່ວຍຂັບນໍ້ານົມແລ້ວ ມັນຍັງຊ່ວຍເສີມສ້າງ ຄໍລາເຈນ ໃຫ້ຜິວໜັງ ເຮັດໃຫ້ຜິວພັນສົດໃສ ແລະ ຊ່ວຍຫຼຸດໜ້າທ້ອງລາຍໃຫ້ຜູ້ເປັນແມ່ໄດ້ອີກດ້ວຍ.
  • ຜັກຕຳນິນ: ຈັດເປັນຜັກອີກຊະນິດນຶ່ງ ທີ່ຊ່ວຍບຳລຸງແມ່ລູກອ່ອນໃຫ້ມີນໍ້ານົມໄດ້ຫຼາຍຂຶ້ນ ຊຶ່ງປະກອບໄປດ້ວຍໂປຣຕິນ, ວິຕາມິນຫຼາຍຊະນິດ ເຊັ່ນ ທາດເຫຼັກ, ແຄວຊຽມ ແລະໃຍອາຫານສູງ.
error: Content is protected !!