ປີ 2021 ຜ່ານມາ ລາວ ສົ່ງອອກສິນຄ້າ ບັນລຸຫລາຍກວ່າ 7,600 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ປີ 2021 ຜ່ານມາ ສປປ ລາວ ໄດ້ສົ່ງອອກສິນຄ້າໄປຫລາຍກວ່າ 90 ປະເທດ/ຂົງເຂດ ໃນທົ່ວໂລກ ເຊິ່ງສາມາດບັນລຸໄດ້ຫລາຍກວ່າ 7,600 ລ້ານໂດລາສະຫະລັດ. ໃນນັ້ນ, ມີ 12 ປະເທດທີ່ມີມູນຄ່າການສົ່ງອອກສູງກວ່າ 50 ລ້ານໂດລາ ເຊັ່ນ: ປະເທດໄທ, ສປ ຈີນ, ສສ ຫວຽດນາມ, ອັອສເຕຣເລຍ, ກຳປູເຈຍ, ສະວິສເຊີແລນ, ສິງກະໂປ, ຮົງກົງ, ຢີ່ປຸ່ນ, ເຢຍລະມັນ, ອິນເດຍ ແລະ ສ ອາເມຣິກາ.

ສຳລັບ ສິນຄ້າສົ່ງອອກຫລັກ ທີ່ມີມູນຄ່າສູງສຸດ ເປັນຕົ້ນ ໄຟຟ້າ ມີມູນຄ່າປະມານ 2,200 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 962 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 529 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 329 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 297 ລ້ານໂດລາສະຫະລັດ, ຢາງພາລາ 270 ລ້ານໂດລາສະຫະລັດ, ມັນຕົ້ນ 265 ລ້ານໂດລາສະຫະລັດ, ແຮ່ເຫລັກ 243 ລ້ານໂດລາສະຫະລັດ, ໝາກກ້ວຍ 235 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 190 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ປະມານ 148 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ປະມານ 148 ລ້ານໂດລາສະຫະລັດ. ສ່ວນໂຄງຮ່າງ ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 122 ລ້ານໂດລາສະຫະລັດ, ເກີບ ປະມານ 109 ລ້ານໂດລາສະຫະລັດ, ນ້ຳຕານ 96 ລ້ານໂດລາສະຫະ ລັດ ແລະ ຊີມັງ ປະມານ 91 ລ້ານໂດລາສະຫະລັດ.

ສິນຄ້າ ທີ່ ສປປ ລາວ ສົ່ງອອກຫລັກ ເປັນອັນດັບ 1 ແມ່ນ ປະເທດໄທ ມີມູນຄ່າການສົ່ງອອກສູງສຸດເຖິງ 2,800 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກແມ່ນ ໄຟຟ້າ ມີມູນຄ່າປະມານ 1,900 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 219 ລ້ານໂດລາສະຫະລັດ, ໂຄງຮ່າງຊິ້ນສ່ວນກ້ອງບັນທຶກພາບ ປະມານ 122 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ ປະມານ 105 ລ້ານໂດລາສະຫະລັດ ແລະ ຊີມັງ ມີມູນຄ່າປະມານ 91 ລ້ານໂດລາສະຫະລັດ; ອັນດັບ 2 ແມ່ນສົ່ງໄປ ສປ ຈີນ ມີມູນຄ່າການສົ່ງອອກ ປະມານ 2,200 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກແມ່ນ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມູນຄ່າປະມານ 482 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ປະມານ 349 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 328 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 295 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 219 ລ້ານໂດລາສະຫະລັດ, ແຮ່ເຫລັກ ປະມານ 131 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ປະມານ 110 ລ້ານໂດລາສະຫະລັດ ແລະ ຢາງພາລາ ມູນຄ່າປະມານ 89 ລ້ານໂດລາສະຫະລັດ; ອັນດັບ 3 ແມ່ນ ສສ ຫວຽດນາມ ມູນຄ່າການສົ່ງອອກ ປະມານ 1,200 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກຫລັກເຊັ່ນ: ຢາງພາລາ ມູນຄ່າປະມານ 180 ລ້ານໂດລາສະຫະລັດ, ແຮ່ເຫລັກ ປະມານ 112 ລ້ານໂດລາສະຫະລັດ, ນ້ຳຕານ ປະມານ 83 ລ້ານໂດລາສະຫະລັດ, ໄຟຟ້າ ປະມານ 78 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ປະມານ 48 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 46 ລ້ານໂດລາສະຫະລັດ, ແຮ່ຄໍາເຂັ້ມຂຸ້ນ ປະມານ 30 ລ້ານໂດລາສະຫະລັດ ແລະ ຢາສູບ ມູນຄ່າປະມານ 27 ລ້ານໂດລາສະຫະລັດ; ອັບດັບ 4 ແມ່ນສົ່ງອອກ ປະເທດ ອັອສເຕຣເລຍ ແລະ ອັນດັບ 5 ແມ່ນ ປະເທດ ກໍາປູເຈຍ.

error: Content is protected !!