
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດ 6 ຫາ 12 ມິຖຸນາ 2022 ເຊິ່ງຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 6 ຫາ 12 ມິຖຸນານີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດ ລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖີ່ນແຂວງເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ຟ້າຮ້ອງ – ຟ້າເຫຼື້ອມ, ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ສໍາລັບຜູ້ທີ່ອາໄສຢູ່ແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ ແລະ ນໍ້າຖ້ວມຊູ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.