ລັດຖະບານ ຍີ່ປຸ່ນ ມອບລົດຮັບ-ສົ່ງຄົນເຈັບ 74 ຄັນໃຫ້  ລາວ

ຕອນ ຕອນເຊົ້າວັນທີ 6 ມິຖຸນາ 2022 ນີ້ ທີ່ກະຊວງສາທາລະນະສຸກ ລັດຖະບານ ຍີ່ປຸ່ນ ມອບລົດອຳບູລັງ ຫລື ລົດຮັບສົ່ງຄົນເຈັບຈຳນວນ 74 ຄັນ ພ້ອມດ້ວຍອຸປະກອນການແພດຊ່ວຍເຫລືອສຸກເສີນ ໃຫ້ລັດຖະບານ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະຕອບໂຕ້ພະຍາດ ໂຄວິດ 19 ຕາງຫນ້າກ່າວຮັບໂດຍ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ຕາງຫນ້າກ່າວມອບໂດຍ ທ່ານ ເຄັນນິຈິ ໂຄບາຢາຊິ ເອກອັກຄະລັດສະທູດຍີ່ປຸ່ນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ດຣ ບຸນເເຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າັດຖະບານ ແຫ່ງສປປ ລາວ ໄດ້ຕີລາຄາສູງ ແລະ ຄວາມສຳຄັນຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ກໍຄືຄັ້ງຜ່ານມາແມ່ນມີຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະຊາຊົນລາວທີ່ຈະສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ລວມທັງ ເປັນການຕອບສະຫນອງເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຄົນເຈັບກໍ່ຄືຄົນເຈັບສຸກເສີນ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ເຊິ່ງຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫຼືອມາໃຫ້ປະຊາຊົນລາວ ໃນຍາມທີ່ຫຍຸ້ງຍາກ, ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ແລະ ຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ, ລັດຖະບານລາວຈະນໍາເອົາ ລົດທີ່ໄດ້ຮັບການຊ່ວຍເຫຼືອໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດ ວິດ-19 ພາຍໃນປະເທດ ແລະ ຊ່ວຍທີມແພດໝໍ ປ້ອມດ້ານໜ້າໃນວຽກງານນໍາສົ່ງຄົນເຈັບໃນກໍລະນີສຸກເສີນ ໃນເຂດເມືອງ ແລະ ເຂດຫ່າງໄກຊອກຫຼີກ ທີ່ມີຫົນທາງເຂົ້າຫຍຸ້ງຍາກ.

ນັບແຕ່ປີ 2020 ເປັນຕົ້ນມາ, ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ລາວ ໃນການຕ້ານສະກັດກັ້ນແລະປ້ອງກັນການລະບາດຂອງພະຍາດໂຄວິດ 19 ເປັນຕົ້ນ: ວັກຊີນ, ອຸປະກອນການແພດ, ລົດຮັບສົ່ງຄົນເຈັບ ແລະອື່ນໆ ເປັນມູນຄ່າຫລາຍກວ່າ 26 ລ້ານໂດລາສະຫະລັດ, ສະເພາະລົດຮັບ-ສົ່ງ ຄົນເຈັບທີ່ມອບໃຫ້ທັງສອງຄັ້ງ ລວມທັງຫມົດ 81 ຄັນ, ກະຊວງສາທາລະນະສຸກມີແຜນຈະມອບ ໃຫ້ພະແນກສາທາລະນະສຸກນະຄອນຫລວງ ວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ຫລວງພະບາງ ແລະ ແຂວງ ອຸດົມໄຊ ເພື່ອມອບສົ່ງໃຫ້ບັນດາເມືອງທີ່ຢູ່ເຂດຫ່າງໄກສອກຫລີກເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃຫ້ເກີດປະສິດທິຜົນສູງສຸດ.

error: Content is protected !!