ເມືອງ ນອງ ທຳລາຍສິນຄ້າເກືອດຫ້າມ-ເສື່ອມຄຸນະພາບ

ຫວ່າງບໍ່​ດົນມານີ້ ທີ່ຈຸດຖິ້ມຂີ້ເຫຍື້ອຂອງເມືອງ ທີ່ຕັ້ງຢູ່ບ້ານ ຫີນສະຫວ່າງ, ເມືອງ ນອງ, ແຂວງ ສະຫວັນນະເຂດ ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນະພາບ, ສິນຄ້າເກືອດຫ້າມ, ໝົດອາຍຸ, ສິນຄ້າປອມແປງລອກຮຽນແບບ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງນອງ, ມີຫົວໜ້າ-ຄະນະຫ້ອງການ ແລະ ພາກສ່ວນຫ້ອງການທີ່ກ່ຽວຂ້ອງເຂົ້າ ຮ່ວມນຳ.

ທ່ານ ຄຳບາງ ແກ້ວພຸດໂທ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງຄະນະກຳມະການໃນການລົງໄປກວດກາສິນຄ້າຕ່າງໆພາຍໃນເມືອງ ແມ່ນໄດ້ພົບສິນຄ້າເກືອດຫ້າມ, ໝົດອາຍຸ, ນຳເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າເສື່ອມຄຸນນະພາບທັງໝົດໃນ 53 ຮ້ານ ໃນນັ້ນ ຮ້ານຄົນຫວຽດນາມ 34 ຮ້ານ, ຮ້ານຄົນຈີນ 2 ຮ້ານ, ຮ້ານຄົນລາວ 17 ຮ້ານ ດັ່ງນັ້ນ, ທາງຄະນະກຳມະການ ຈຶ່ງໄດ້ຢຶດເອົາສິນຄ້າດັ່ງກ່າວ ພ້ອມທັງເຮັດບົດບັນທຶກກ່າວເຕືອນ ແລະບົດບັນທຶກປັບໃໝ ໃນນີ້ມີລາຍການສິນຄ້າທີ່ໝົດອາຍຸມີປະເພດ: ນໍ້າອັດລົມ, ເຄື່ອງດື່ມຊູກຳລັງ, ເຂົ້າໜົມ ແລະ ເຄື່ອງໃຊ້ປະເພດອື່ນໆ; ສຳລັບສິນຄ້າທີ່ເກືອດຫ້າມ-ຜິດກົດໝາຍມີ: ລູກແກັບ, ເລົາປືນ, ຢາຂ້າຫຍ້າ, ດອກແກັບ, ໄພ້ກຸ້ງໄກ່, ນ້ຳກົດ; ສິນຄ້ານຳເຂົ້າໂດຍບໍ່ຖືກຕ້ອງ ບໍ່ຜ່ານການເສຍພາສີມີ: ແປ້ງນົວປອມ, ກາເຟຫວຽດ, ເບຍຫວຽດ, ແຟັບຫວຽດ, ຢາສູບຫວຽດ ແລະ ຢາປິ່ນປົວພະຍາດ ທີ່ບໍ່ໄດ້ຮັບອະນຸຍາດຈຳນວນໜຶ່ງ, ຄິດເປັນມູນຄ່າທັງໝົດ 70 ລ້ານກວ່າກີບ.

(ຂໍ້ມູນຂ່າວ-ພາບ: ເມືອງນອງ)

error: Content is protected !!