
ຊີ້ແຈງ ! ຕອນສວາຍຂອງ ວັນທີ 5 ມິຖຸນາ 2022 ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງ ວຽງຈັນ ຫາ ວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ສາເຫດ, ຈຸດປະສົງ ແລະ ແຮງຈູງໃຈ ຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ.
ພາຍຫລັງໄດ້ຮັບແຈ້ງເຫດທີມຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ ແລະ ຫີນເຫີບ ເພື່ອປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ປິດທາງຂາອອກສະຖານີຫີນເຫີບ, ນຳ້ງື່ມ, ວັງວຽງ ສາມບ່ອນ.

ປະຈຸບັນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກຳລັງຮ່ວມມືກັບທາງເຈົ້າໜ້າທີ່ຕຳຫຼວດໃນການລົງເລິກສຶບສວນ, ຂໍໃຫ້ບັນດາມວນຊົນປະຊາຊົນຍັງຄົງເລືອກໃຊ້ທາງດ່ວນທີ່ເປັນການສັນຈອນທີ່ສະດວກຄືຕາມເດີມ.
ມາຮອດເວລາ 17:35 ໂມງ ເສັ້ນທາງດ່ວນແມ່ນບໍ່ໄດ້ຮັບຜົນກະທົບ, ປອດໄພຕະຫຼອດທາງ ແລະ ດຳເນີນງານຕາມປົກກະຕິ.
ຂໍໃຫ້ບັນດາມວນຊົນຢ່າເຊື່ອຟັງຂ່າວລື ແລະ ບໍ່ສົ່ງຕໍ່ຂ່າວລື. ຂໍ້ມູນຕ່າງໆແມ່ນໃຫ້ອີງຕາມແຈ້ງການຈາກແຫຼ່ງຂ່າວທາງການທີ່ຖືກຕ້ອງ. ໜ່ວຍງານ ຫຼື ບຸກຄົນໃດທີ່ລົງຂ່າວສານທີ່ບໍ່ມີມູນຄວາມຈີງ ແລະ ການກະທຳໃສ່ຮ້າຍປ້າຍສີທາງດ່ວນ ນະຄອນຫຼວງ ວຽງຈັນ-ວັງວຽງ, ທາງບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈະໄດ້ອີງຕາມກົດໝາຍໃນການຕາມຜູ້ກ່ຽວມາຮັບຜິດຊອບ.

ຂໍ້ມູນ: ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ