ການຮ່ວມມື ດ້ານພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ລາວ-ຫວຽດນາມ ມີຫຼາຍດ້ານພົ້ນເດັ່ນ

ຕະຫຼອດໄລຍະ 60 ປີ, ແຫ່ງການສ້າງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ແລະ 45 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງອັດຕະປື ຮ່ວມມືກັບແຂວງແຮກສຽວ ໃນພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ ມາຮອດປັດຈຸບັນມີ 8 ແຂວງ ແລະ 2 ນະຄອນ. ໃນນີ້, ວຽກງານພະລັງງານ ແລະ ບໍ່ແຮ່ ເປັນຍຸດທະສາດສໍາຄັນໃນການປະກອບສ່ວນພັດທະນາເສດຖະກິດ – ສັງຄົມ ຂອງຊາດກໍຄືແຂວງອັດຕະປື ຍາມໃດກໍ່ໍໄດ້ເພີ່ມພູນຄູນສ້າງມິດຕະພາບແບບພິເສດການຮ່ວມມືຮອບດ້ານນັບມື້ຍິ່ງຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບການຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະຫນາຂອງປະຊາຊົນສອງຊາດນັບມື້ດີຂຶ້ນເລື້ອຍໆ.

ທ່ານ ວິທະຍາ ພົມມະຈັນ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ມິຖຸນາ ນີ້ວ່າ: ແນວທາງຂອງພັກ ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບການຮ່ວມມື ລາວ-ຫວຽດນາມ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນເພື່ອນມິດຍຸດທະສາດ ຮ່ວມຊາຕາກໍາທາງປະຫວັດສາດ ແລະ ຮ່ວມອຸດົມການເພື່ອກ້າວຂຶ້ນສັງຄົມນິຍົມ, ຄຽງບ່າຄຽງໄລ່ຮ່ວມສະໜາມຮົບ, ຮ່ວມຂຸມຄອງອັນດຽວກັນ ຕໍ່ສູ້ຈັກກະພັດຜູ້ຮຸກຮານຕົວດຽວກັນ ສາມັກຄີກັນ ແລະ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມທິດທາງອັນດຽວກັນ, ມີສາຍພົວພັນມິດຕະພາບ, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍ່ສາມາດຕັດແຍກ ຫຼື ຕັດຂາດກັນໄດ້ ຊຶ່ງໄດ້ມີຍຸດທະສາດ ແລະ ຄາດໝາຍການຮ່ວມມືເພື່ອພັດທະນາເຊັ່ນ: ພັດທະນາຄວາມໝັ້ນຄົງສາຍພົວພັນສືບຕໍ່ຮຸ່ນຕໍ່ຮຸ່ນໃຫ້ຍືນຍົງ, ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກ ແລະ ສ້າງ ສາພັດທະນາປະເທດຊາດພ້ອມກັນກ້າວສູ່ຈຸດໝາຍສັງຄົມນິຍົມ, ມີຄວາມສາມັກກັນໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທັງມີການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານເຊັ່ນ: ບໍ່ວ່າຈະເປັນດ້ານການເມືອງ,ການຕ່າງປະເທດ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການລົງທຶນ – ການຄ້າ, ດ້ານຄົມມະນາຄົມ-ຂົນສົ່ງ ແລະ ດ້ານວັດທະນະທໍາ-ສັງຄົມ ແລະ ການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ບໍາລຸງສ້າງວິຊາຊີບ ແລະ ອື່ນໆ.

ສໍາລັບການຮ່ວມມື ດ້ານພະລັງງານ ແລະ ບໍ່ແຮ່ ກໍມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ມີຜົນສໍາເລັດເປັນກ້າວໆ. ໄດ້ປະກອບມີຫຼາຍກິດຈະກໍາເຊັ່ນ: ບັນດາກິດຈະກໍາລົງທຶນດ້ານພະລັງງານມີ: ໂຄງການເຂື່ອນໄຟຟ້າລວມມີ 4 ໂຄງການຄື: ເຂື່ອນໄຟຟ້າເຊກະໝານ 1 (COD), ເຂື່ອນໄຟຟ້າເຊກະໝານຊານໄຊ (COD), ເຂື່ອນໄຟຟ້າເຊກອງ ລຸ່ມ A (PDA-LA), ເຂື່ອນໄຟຟ້າເຊກອງ ລຸ່ມ B (PDA) ທັງ2 ໂຄງການຄາດວ່າຈະສຳເລັດໃນປີ 2025, ນອກຈາກນີ້, ຍັງມີໂຄງການໄຟຟ້າຄວາມຮ້ອນ 1 ໂຄງການ, ເປັນໂຮງງານໄຟຟ້າຄວາມຮ້ອນຈາກເສດອ້ອຍ (COD) ໂຄງການໄຟຟ້າແສງຕາເວັນອ່າງນໍ້າເຊກະໝານ 1 (MOU), 1 ໂຄງການ, ໂຄງການສາຍສົ່ງ ແລະ ການສະໜອງພະລັງງານ: 3+1 ໂຄງການປະກອບມີໂຄງການສາຍສົ່ງ 230Kv (ເຂື່ອນໄຟຟ້າເຊກະໝານ 1) ສົ່ງອອກໄຟຟ້າ ໄປຫວຽດນາມ (COD), ໂຄງການສາຍສົ່ງ 230Kv (ເຂື່ອນໄຟຟ້ານໍ້າກົງ 2-3) ສົ່ງອອກໄຟຟ້າໄປຫວຽດນາມ (COD), ໂຄງການສາຍສົ່ງ 35Kv (ນຳເຂົ້າໄຟຟ້າ ຈາກ ຫວຽດນາມ ສະໜອງໄຟຟ້າໃຫ້ ບໍລິສັດ ວັງຕັດ (COD) ໂຄງການສາຍສົ່ງ 500 KV ພະລັງງານລົມ ສົ່ງອອກໄຟຟ້າໄປຫວຽດນາມ (PDA).

ກິດຈະການລົງທຶນ ດ້ານບໍ່ແຮ່ປະກອບມີ: ໂຄງການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 2 ບໍລິສັດ, ມີ 2 ກິດຈະກໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ມີ 1 ບໍລິສັດ, 1 ກິດຈະກໍາ. ລວມມູນຄ່າການລົງທຶນທັງໝົດໃນ 2 ກິດຈະກໍາຫຼັກມີ 815,133,145 ໂດລາ, ໃນນີ້; ມູນຄ່າການລົງທຶນ ດ້ານສະຖານີ, ສາຍສົ່ງ 30,800,000 ໂດລາ, ມູນຄ່າການລົງທຶນດ້ານພະລັງານ 691,000,000 ໂດລາ ແລະ ມູນຄ່າການລົງທຶນ ດ້ານແຮ່ທາດ 93.333.145 ໂດລາ.

ບັນດາຜົນໄດ້ຮັບ ຈາກການຮ່ວມມື ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະຜ່ານມາເຫັນໄດ້ວ່າ: ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ຊຶ່ງໄດ້ສະແດງອອກເຖິງດ້ານການເມືອງ: ກໍຕອບສະໜອງໄດ້ຄາດໝາຍຍຸດທະສາດລວມ ຂອງສອງພັກ, ສອງລັດ, ຮັກສາໄດ້ ມູນເຊື້ອປະຫວັດສາດພິລະອາດຫານ ໃນການຕໍ່ສູ້ກູ້ຊາດ ຮ່ວມກັນ, ຮັກສາໄດ້ສາຍພົວພັນເພື່ອນມິດຍຸດທະສາດ ແລະ ຄວາມສາມັກຄີແບບພິເສດຮອບດ້ານ ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ປະກອບສ່ວນຊ່ວຍບັນລຸຄາດໝາຍຕາມແຜນແມ່ບົດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ປະກອບສ່ວນ ຊ່ວຍສະໜັນສະໜູນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລຽບຕາມຊາຍແດນ. ດ້ານເສດຖະກິດ: ປະກອບສ່ວນ ສ້າງພື້ນຖານເສດຖະກິດ ທີ່ໝັ້ນຄົງ ແລະ ຍືນຍົງ, ປະກອບສ່ວນ ສ້າງຖານລາຍຮັບຂອງແຂວງ ແລະ ປະກອບສ່ວນສ້າງລາຍໄດ້ໃຫ້ປະຊາຊົນ. ດ້ານສັງຄົມ: ໄດ້ຮັບການຊຸກຍູ້ ເພີ່ມທະວີການພົວພັນຮ່ວມມືຫຼາຍຂຶ້ນ ແລະ ການໄປມາຫາສູ່ໃກ້ຊິດຕິດແທດກັນຫຼາຍຂຶ້ນ, ໄດ້ສ້າງວຽກເຮັດງານທໍາ ຕິດພັນກັບ ບັນດາໂຄງການ, ມີຄວາມເຄົາລົບນັບຖື ຮີດຄອງປະເພນີອັນງາມ ຂອງສອງຊາດກໍຄືແຂວງອັດຕະປື, ໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຍາມປະສົບໄພພິບັດ ແລະ ບັນຫາໂຣກລະບາດຕ່າງໆເປັນປົກກະຕິ.

(ຂໍ້ມູນຂ່າວໂດຍ: ຊິບປະໄຊ, ພາບ: ມະນີວອນ)

error: Content is protected !!