
ຕາມການລາຍງານຂອງ ປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະສະພາບການສັນຈອນອັ່ງອໍ, ແອອັດ ຕາມປໍ້ານໍ້າມັນຕ່າງໆ ໃນນະຄອນຫຼວງວຽງຈັນ ຕໍາຫຼວດ ຈະລາຈອນ ນະຄອນຫຼວງ ວຽງຈັນ ໄດ້ເອົາໃຈໃສ່ໃນລະບາຍການສັນຈອນຕາມຈຸດຕ່າງໆ ໂດຍສະເພາະ ໃນວັນທີ 1 ມິຖຸນາ 2022 ໄດ້ສຸມໃສ່ບັນດາຈຸດປໍ້າ ໃນນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ.
ຕໍ່ກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດ ຈະລາຈອນ ນວ ໄດ້ໃຫ້ຮູ້ວ່າ:
ໄລຍະຜ່ານມາກໍຄືປັດຈຸບັນ ເຫັນວ່າ: ສະພາບນໍ້າມັນຂາດປໍ້າ ແລະ ມີການເປີດບາງປໍ້າ ເພາະສະນັ້ນ ອິງໃສ່ຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ລົດໃຊ້ຖະໜົນ ລົດລາງພາຫະນະ ຈິ່ງມີຄວາມຕ້ອງການໃສ່ນຳ້ມັນເປັນຈຳນວນຫຼາຍ ເຮັດໃຫ້ປໍ້ານໍ້າມັນບາງຈຸດທີ່ເປີດຢູ່ນັ້ນ ມີຄວາມອັ່ງອໍແອອັດ, ເຮັດໃຫ້ການສັນຈອນບໍ່ສະດວກ.
ຕໍ່ກັບບັນຫານີ້ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ສົມທົບກັບ ຈະລາຈອນບັນດາເມືອງ ຈັດສັນກໍາລັງລົງ ເພື່ອລະບາຍການສັນຈອນ ຫຼີກລ້ຽງການສັນຈອນແອອັດ ເຮັດໃຫ້ການສັນຈອນໄປ-ມາ ມີການຄ່ອງຕົວດີຂຶ້ນ.


ຂໍ້ມູນ: ໂທລະໂຄ່ງ