ສ້າງຄວາມເຂັ້ມແຂງການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຟອກເງິນ

ໃນວັນທີ 2 ມິຖຸນາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ແຂວງ ອຸດົມໄຊ, ກົມຕິດຕາມກວດກາການດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນເຂດ, ພະແນກໄອຍະການທະຫານແຂວງ, ອົງການໄອຍະການປະຊາຊົນແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ, ມີຄະນະນໍາໄອຍະການສາມແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາຄະດີການຄ້າມະນຸດ ແລະ ການຟອກເງິນ ຊຶ່ງໄດ້ຄົ້ນຄວ້າແລກປ່ຽນຄໍາເຫັນ ແນະນໍາວິທີຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບການກະທໍາຜິດໃນຂໍ້ຫາຄ້າມະນຸດ, ການຟອກເງິນ, ການຕິດຕາມກວດກາ ແລະ ຄົ້ນຄວ້າຖະແຫຼງສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ພ້ອມກັນນີ້ໃນກອງປະຊຸມຍັງໄດ້ເຜີຍແຜ່ຄໍາແນະນໍາຮ່ວມ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ກ່ຽວກັບການດຳເນີນຄະດີຂັ້ນກະກຽມ ແລະ ຂັ້ນພະຍາຍາມກໍ່ການກະທໍາຜິດໃນສະຖານການຄ້າມະນຸດ, ຄໍາສັ່ງແນະນໍາຂອງຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານອົງການໄອຍະການປະຊາຊົນ.

ໂອກາດດັ່ງກ່າວ, ທ່ານ ອ່ອນຈັນ ມະນີວັນ ໄດ້ເນັ້ນໜັກຕໍ່ກອງປະຊຸມໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄົ້ນຄວ້າເຊື່ອມຊຶມກໍາແໜ້ນເນື້ອໃນ, ເປັນເຈົ້າການໃນການຍົກບັນຫາຂຶ້ນມາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ, ແລກປ່ຽນບົດຮຽນຈາກຄະນະຮັບຜິດຊອບກອງປະຊຸມ ເພື່ອນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແນໃສ່ຮັບປະກັນໃຫ້ແກ່ການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍ. ພ້ອມທັງຮັບປະກັນນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງຜູ້ຖືກເຄາະຮ້າຍ ແລະ ພ້ອມກັນນຳເອົາເນື້ອໃນກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນສຳເລັດຢ່າງບໍ່ຢຸດຢັ້ງ. ຈາກນັ້ນ, ທ່ານ ອ່ອນຈັນ ມະນີວັນ ໄດ້ແນະນຳໃຫ້ອົງການໄອຍະການປະຊາຊົນທັງ 3 ແຂວງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມໃນການຕິດຕາມກວດກາການດຳເນີນຄະດີອາຍາ ປະຈຳປີ 2022 ຕື່ມອີກ.

ຂໍ້ມູນຂ່າວ-ພາບ: ແສງອາທິດ

error: Content is protected !!