ຄອບຄົວທີ່ຖືກຜົນກະທົບຈາກນໍ້າຖ້ວມ ແລະ ຄອບຄົວອະນາຖາ ໄດ້ຮັບການຊ່ວຍເຫລືອ

ແຫລ່ງຂ່າວຈາກ ເມືອງ ປາກລາຍ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີມອບເງິນຊ່ວຍເຫລືອໃຫ້ ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມເຮືອນ ແລະ ຜົນຜະລິດຂອງພໍ່ແມ່ປະຊາຊົນ ບ້ານ ປາງຄໍາ ແລະ ບ້ານ ນາກາງ ເມືອງ ປາກລາຍ ຈັດຂຶ້ນໃນວັນທີ 2ມິຖຸນາ 2022 ຢູ່ບ້ານ ປາງຄໍາ ເຊິ່ງມອບໂດຍ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ມີອົງການປົກຄອງບ້ານ,ພໍ່ແມ່ປະຊາຊົນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮວ່ມ.

ທ່ານ ສົມເດດ ທອງຄໍາມີ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ປາກລາຍ ໃຫ້ຮູ້ວ່າ: ປະຊາຊົນສອງບ້ານດັ່ງກ່າວ ໄດ້ຜົນກະທົບຈາກໄພພິບັດ ນໍ້າຖ້ວມເຮືອນ ແລະ ຜົນຜະລິດ ໃນກາງເດືອນ ເມສາ 2022 ຜ່ານມາ ໃນນັ້ນ, ປະຊາຊົນ ບ້ານປາງຄໍາ ໄດ້ຮັບຜົນກະທົບ 36 ຄອບຄົວ ແລະ ບ້ານນາກາງ 9 ຄອບຄົວ ລວມມູນຄ່າເສຍຫາຍທັງໝົດ 462 ລ້ານກວ່າກີບ. ດັ່ງນັ້ນ, ເພື່ອເປັນການຟື້ນຟູຊີວິດຈິດໃຈ ແລະ ໃຫ້ກໍາລັງໃຈຕໍ່ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ອໍານາດການປົກຄອງເມືອງຈຶ່ງໄດ້ມອບເງິນຊວ່ຍເຫລືອເບື້ອງຕົ້ນໃຫ້ແກ່ຄອບຄົວດັ່ງກ່າວລວມມູນຄ່າທັງໝົດ 7,5 ລ້ານກວ່າກີບ.

ໃນວັນດຽວກັນ, ທ່ານຮອງເຈົ້າເມືອງ ປາກລາຍ ສົມທົບກັບ ຄະນະຫ້ອງການແນວລາວສ້າງຊາດເມືອງ ກໍໄດ້ໄປມອບເຄື່ອງນຸ່ງຫົ່ມ ແລະ ເຄື່ອງຮັບໃຊ້ໃນຄົວເຮືອນຈໍານວນໜຶ່ງ ໃຫ້ຄອບຄົວທຸກຍາກອະນາຖາ ຢູ່ບ້ານນາງຄະຍາງ ຈໍານວນ 17 ຄອບຄົວ ແລະ ຕິດຕາມເບິ່ງການກໍ່ສ້າງຕໍ່ເຕີມກຸດຕິ ບ້ານນາງຄະຍາງ ຕື່ມອີກ.

ຂໍ້ມູນຂ່າວ: ກ່າ ຄຸດທະວົງສັກ

error: Content is protected !!