ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 01-02 ມິຖຸນາ 2022 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ໄທ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີຂຶ້ນທີ່ທໍານຽບລັດຖະບານ ໄທ ໃນຕອນແລງຂອງວັນທີ 01 ມິຖຸນາ 2022, ໂດຍການໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ພະນະທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ແລະ ຄະນະ. ຫຼັງຈາກນັ້ນ, ກໍ່ໄດ້ມີກອງປະຊຸມພົບປະສອງຝ່າຍ ຢ່າງເປັນທາງການ. ໃນໂອກາດດັ່ງກ່າວ, ພະນະທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ໄດ້ສະແດງຄວາມຍິນດີຕ້ອນຮັບ ພະນະທ່ານ ພັນຄຳ ວິພາວັນ ທີ່ໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມໃນຄັ້ງນີ້, ເຊິ່ງຖືເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ໄທ ພາຍຫຼັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950 ເປັນຕົ້ນມາ, ສອງປະເທດ ສາມາດຮັກສາໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ເເລະ ກັນ ໃນລະດັບອັນເເນ່ນອນ, ຮັບປະກັນຄວາມສະເໝີພາບ, ນັບຖືຄວາມເປັນເອກະລາດເເຫ່ງຊາດຂອງກັນ ແລະ ກັນ.

ການຢ້ຽມຢາມໃນຄັ້ງນີ້ ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ໃຫ້ນັບມື້ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ, ທັງເປັນນິມິດໝາຍອັນສໍາຄັນ ໃນການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາເເບບຍືນຍົງ ອັນເປັນການເປີດສັງກາດໃໝ່ ຂອງການພົວພັນຮ່ວມມືສອງປະເທດ ທີ່ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນປັດຈຸບັນ. ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນສະໜັບສະໜູນໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ການນໍາຂັ້ນສູງຂອງສອງປະເທດ ຕະຫຼອດເຖິງບັນດາກົນໄກການຮ່ວມມືຕ່າງໆ ຢ່າງເປັນປົກກະຕິ ເພື່ອເພີ່ມທະວີຄວາມໃກ້ຊິດ ແລະ ຮັດແໜ້ນສາຍພົວພັນ ກໍຄື ພ້ອມກັນຈັດຕັ້ງປະຕິບັດບັນດາແຜນງານຕ່າງໆ ຂອງແຕ່ລະກົນໄກການຮ່ວມມື ທັງໃນລະດັບລັດຖະບານ ແລະ ທ້ອງຖິ່ນດ້ວຍກັນ ໂດຍສະເພາະລະຫວ່າງ ແຂວງ ແລະ ຈັງຫວັດ, ຕີລາຄາສູງຕໍ່ການພົວພັນຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ເປັນຕົ້ນ ການສະກັດກັ້ນ ແລະ ປາບປາມການຄ້າຂາຍສິ່ງຜິດກົດໝາຍ ແລະ ເຫັນດີຊູກຍູ້ໃຫ້ຮ່ວມກັນດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ. ສອງລັດຖະບານ ໄດ້ເນັ້ນໜັກຄວາມສໍາຄັນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນໃນການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ອາກາດ ຕະຫຼອດເຖິງການເຊື່ອມຈອດລະບົບລາງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ໂດຍສະເພາະການລົງທຶນດ້ານການເຊື່ອມໂຍງ ແລະ ການພັດທະນາພື້ນຖານໂຄງລ່າງ, ການຄົມມະນາຄົມ-ຂົນສົ່ງ, ການທ່ອງທ່ຽວ, ສາທາລະນະສຸກ, ກະສິກໍາສະອາດ ແລະ ທັນສະໄໝ ແລະ ອື່ນໆ ຜ່ານການນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ໃນ ສປປ ລາວ. ພ້ອມນັ້ນ, ສອງຝ່າຍ ກໍ່ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືສອງຝ່າຍ ດ້ານເສດຖະກິດ ທີ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ຣາຊະອານາຈັກໄທ ສືບຕໍ່ເປັນຄູ່ການຄ້າອັນດັບຕົ້ນຂອງລາວ, ມີມູນຄ່າ 7,2 ຕື້ໂດລາສະຫະລັດ ໃນປີ 2021 ຫຼື ເພີ່ມຂຶ້ນ 14% ທຽບໃສ່ປີຜ່ານມາ ເຖິງວ່າຈະໄດ້ຮັບຜົນກະທົບຈາກໂຄວິດ-19 ກໍ່ຕາມ, ການລົງທຶນຂອງໄທຢູ່ລາວ ກໍ່ສືບຕໍ່ເພີ່ມຂຶ້ນ, ເຊິ່ງບັນລຸໄດ້ 4,7 ຕື້ ໂດລາສະຫະລັດ. ສອງຝ່າຍ ເຫັນດີສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ ແລະ ການຄ້າຊາຍແດນເຊິ່ງກັນ ແລະ ກັນ ຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານເພິ່ງພາເຊິ່ງກັນ ແລະ ກັນ, ຕະຫຼອດເຖິງການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ເງິນຕາຂອງສອງປະເທດ (ກີບ-ບາດ) ເພື່ອຊໍາລະສະສາງລະຫວ່າງກັນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ໂດຍລັດຖະບານໄທ ໄດ້ເພີ່ມໂຄຕ້ານໍາເຂົ້າໄຟຟ້າຈາກລາວ ບັນລຸເປັນ 10,500 ເມັດກາວັດ.

ຝ່າຍລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ໃນ 3 ຂົງເຂດໃຫຍ່ ເປັນຕົ້ນດ້ານ: ການສຶກສາທິການ ແລະ ກິລາ, ດ້ານກະສິກຳ ແລະ ປ່າໄມ້ ແລະ ດ້ານສາທາລະນະສຸກ ເຊິ່ງລ້ວນແລ້ວແຕ່ແມ່ນຂົງເຂດວຽກງານບູລິມະສິດ ທີ່ ສປປ ລາວ ຖືເປັນສໍາຄັນ. ລັດຖະບານລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນຂອບວິຊາການ ລາວ-ໄທ, ເຊິ່ງປະຈຸບັນມີທັງໝົດ ຈໍານວນ 53 ໂຄງການ ທີ່ກຳລັງຈັດຕັ້ງປະຕິບັດ ແລະ ກຳລັງປຶກສາຫາລື ເພື່ອໃຫ້ກ້າວໄປສູ່ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາໃນອານາຄົດ. ຝ່າຍລາວ ໄດ້ຕີລາຄາສູງຕໍ່ບັນດາໂຄງການພາຍໃຕ້ພະລາດຊະດຳລິ ທີ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ກໍ່ໄດ້ກາຍເປັນສັນຍາລັກແຫ່ງການພົວພັນຂອງສອງປະເທດ, ເຊິ່ງໄດ້ຖ່າຍທອດຄວາມຮູ້ດ້ານກະສິກຳປູກຝັງລ້ຽງສັດ ກໍ່ຄືການສ້າງອາຊີບ ແລະ ສ້າງງານໃຫ້ປະຊາຊົນ ໄດ້ມີການທຳມາຫາກິນ. ສຳລັບຂອບການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໃນຂອບສະຫະປະຊາຊາດ, ແອັກແມັກ, ອາຊຽນ, ຂອບການຮ່ວມມືແມ່ນ້ຳຂອງ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍ່ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານໄທ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຕື່ມອີກໃນອະນາຄົດ ໂດຍສະເພາະການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດແອັກແມັກ (ACMECS) ຄັ້ງທີ 10 ໃນທ້າຍປີ 2022 ແລະ ການເປັນປະທານຫມູນວຽນອາຊຽນ ໃນປີ 2024 ນີ້.

ພາຍຫຼັງສຳເລັດກອງປະຊຸມພົບປະສອງຝ່າຍ ກໍ່ໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບ ລາວ-ໄທ. ນອກຈາກນີ້, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍ່ໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານ ແລະ ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈຳນວນ 3 ສະບັບຄື: 1. ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ລາວ-ໄທ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026); 2. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ ລາວ-ໄທ ແລະ 3. ແລກປ່ຽນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການພັດທະນາພະລັງງານໄຟຟ້າຢູ່ ສປປ ລາວ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກ ໄທ. ຫຼັງຈາກນັ້ນ, ກໍ່ໄດ້ມີພິທີຖະແຫຼງຂ່າວຮ່ວມ ສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ໄທ ຕໍ່ບັນດາສື່ມວນຊົນ ກ່ຽວກັບ ຜົນສຳເລັດຂອງການພົບປະສອງຝ່າຍ ໃນຄັ້ງນີ້ ແລະ ສືບຕໍ່ເຂົ້າຮ່ວມຢ້ຽມຊົມງານວາງສະແດງສິລະປະຫັດຖະກຳ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບອາຫານຄ່ຳ ຈັດໂດຍ ພະນະທ່ານນາຍົກລັດຖະມົນຕີ ພົນເອກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ມະຫາວິທະຍາໄລແມ່ໂຈ້ ກໍ່ໄດ້ຈັດພິທີ ມອບ-ຮັບ ປະລິນຍາດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ໃຫ້ແກ່ ພະນະທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ເພື່ອເປັນການຍ້ອງຍໍຊົມເຊີຍທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ໄທ. ພ້ອມດຽວກັນນັ້ນ, ພະນະທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມພົບປະນັກທຸລະກິດ ລາວ-ໄທ (Business Talk and Networking), ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ, ວາງທິດທາງແຜນການໃນຕໍ່ຫນ້າ ເພື່ອສະໜັບສະໜູນ ແລະ ຊຸກຍູ້ດ້ານການຄ້າ, ການລົງທຶນ, ຊຸກຍູ້ບັນດານັກທຸລະກິດ, ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການໄປມາຫາສູ່ ແລະ ພົວພັນຮ່ວມມືກັນຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ນອກຈາກນີ້, ພະນະທ່ານນາຍົກ ລັດຖະມົນຕີ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ບໍລິສັດນິຄົມອຳມະຕະ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!