ລະດູຝົນປີນີ້ ແຂວງ ອັດຕະປື ຈະເນັ້ນການຜະລິດສະບຽງອາຫານເປັນຕົ້ນຕໍ

ເພື່ອຮັບປະກັນດ້ານໂພຊະນາການຂອງປະຊາຊົນ ພາຍໃນແຂວງ ອັດຕະປື ໃຫ້ໄດ້ຮັບພະລັງງານ 2,600 ກິໂລກະລໍລີ ຕໍ່ຄົນຕໍ່ວັນ ຫຼື ໃຫ້ປະຊາຊົນໄດ້ບໍລິໂພກໃນອັດຕາສ່ວນຄື: ເຂົ້າສານ 140 ກິໂລ ຕໍ່ຄົນຕໍ່ປີ, ພືດຜັກ 80 ກິໂລ ຕໍ່ຄົນຕໍ່ປີ, ຊີ້ນປາ ແລະ ໄຂ່ 79 ກິໂລ ຕໍ່ຄົນຕໍ່ປີ. ສະນັ້ນ, ທາງແຂວງອັດຕະປື ກໍຄືພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສຸມໃສ່ການຊຸກຍູ້ປະຊາຊົນຜະລິດພືດສະບຽງອາຫານເປັນຕົ້ນຕໍ ເພື່ອຮອງຮັບການບໍລິໂພກຂອງສັງຄົມທີ່ເຫັນວ່ານັບມື້ມີຄວາມຕ້ອງການທີ່ເພີ່ມຂຶ້ນ.

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ສໍາພາດ ເມື່ອບໍ່ດົນມານີ້ວ່າ: ລະດູຝົນປີນີ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງອັດຕະປື ໄດ້ກໍານົດແຜນການຜະລິດສະບຽງອາຫານ ຄື: ວຽກງານປູກຝັງ ຈະສູ້ຊົນປູກເຂົ້ານາປີໃຫ້ໄດ້ 24,990 ເຮັກຕາ,ສະມັດຖະພາບສະເລ່ຍ 3.32 ໂຕນຕໍ່ເຮັກຕາ, ຄາດຜົນຜະລິດລວມໃຫ້ໄດ້ 83,022 ໂຕນ, ເຂົ້າໄຮ່ 1,670 ເຮັກຕາ, ສະມັດຖະພາບສະເລ່ຍ 2.2 ໂຕນຕໍ່ເຮັກຕາ, ຜົນຜະລິດລວມໃຫ້ໄດ້ 3,674 ໂຕນ, ປູກພືດຜັກປະເພດ ພືດກິນໝາກ, ພືດຜັກກິນໃບ, ຜັກກິນຫົວ, ສາລີຫວານ ແລະ ພືດຜັກຊະນິດອື່ນໆ ໃຫ້ໄດ້ 844 ເຮັກຕາ, ຜົນຜະລິດລວມໃຫ້ໄດ້ 6,810 ໂຕນ, ວຽກງານລ້ຽງສັດ ສູ້ຊົນຂະຫຍາຍຝູງສັດໃຫ້ໄດ້ 6,476,818 ໂຕ, ໃນນີ້ ຄວາຍໃຫ້ໄດ້ 453 ໂຕ, ງົວໃຫ້ໄດ້ 585 ໂຕ, ໝູ 775 ໂຕ, ແບ້ 256 ໂຕ, ສັດປີກ 7,740 ໂຕ, ປາ ແລະ ສັດນໍ້າອື່ນໆໃຫ້ໄດ້ 6,467,000 ໂຕ, ສຸມໃສ່ການສັກຢາປ້ອງກັນພະຍາດສັດລ້ຽງໃຫ້ໄດ້ 239,000 ໂຕ, ໃນນີ້ ຄວາຍສັກໃຫ້ໄດ້ 13,117 ໂຕ, ງົວ 15.152 ໂຕ, ໝູ 15,696 ໂຕ, ແບ້ 4,879 ໂຕ ແລະ ສັດປີກ ສັກໃຫ້ໄດ້ 190,156 ໂຕ.

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ຮູ້ຕື່ມວ່າ: ລະດູແລ້ງທີ່ຜ່ານມາ ຢູ່ແຂວງອັດຕະປື ມີຫຼາຍຄາດໝາຍຂອງການຜະລິດສະບຽງອາຫານບໍ່ບັນລຸໄດ້ຕາມແຜນການ ເປັນຕົ້ນການຜະລິດເຂົ້ານາແຊງ, ການປູກພືດຕ່າງໆ, ລວມທັງການລ້ຽງສັດ ເມື່ອທຽບໃສ່ແຜນການແມ່ນບໍ່ບັນລຸ ຍ້ອນຫຼາຍປັດໄຈ ເປັນຕົ້ນສະພາບການລະບາດຂອງພະຍາດໂຄວິດ-19,ປັດໄຈການຜະລິດທີ່ມີຕົ້ນທຶນສູງ, ອີກດ້ານໜຶ່ງປະຊາຊົນ ໄດ້ຫັນໄປທໍາການຜະລິດຢ່າງອື່ນແທນ ເປັນຕົ້ນ ຫັນໄປປູກມັນຕົ້ນ, ປູກອ້ອຍ ແລະ ໄປອອກແຮງງານນໍາບັນດາບໍລິສັດພາຍໃນແຂວງ.

(ຂໍ້ມູນຂ່າວ-ພາບ: ວັດທະນາ)

error: Content is protected !!