
ປະມານ ປີ ຄສ 150 ໄດ້ມີຄຳກ່າວຂອງ ດຣ. ກາເລນ ແພດຜູ້ໂດ່ງດັງຂອງຊາວເກຼັກ ຂຽນໄວ້ວ່າ: “ສັດທຸກຊະນິດຈະຮູ້ສຶກເສົ້າ ຫຼັງຈາກທີ່ມີເພດສຳພັນ, ຍົກເວັ້ນກັບມະນຸດແມ່ຍິງ ແລະ ໄກ່ຜູ້.” ແຕ່ຄໍານິຍາມນີ້ ບໍ່ແມ່ນຄວາມຈິງສະເໝີໄປ. ເມື່ອມີລາຍງານຈາກຜົນການວິໄຈ ອອກມາລະບຸວ່າ ອາການຊຶມເສົ້າ ຫຼັງຈາກທີ່ມີເພດສຳພັນ ສາມາດເກີດຂຶ້ນກັບແມ່ຍິງໄດ້ເຊັ່ນກັນ ແລະ ເກີດໄດ້ບໍ່ຍາກຄືດັ່ງທີ່ຄິດ.
ວາລະສານການແພດ “Journal of Sexual Medicine” ຂອງສະຫະລັດ ອາເມຣິກາ ໄດ້ລາຍງານວ່າ ມີຈຳນວນນັກສຶກສາຍິງ ໃນມະຫາວິທະຍາໄລ ສະຫະລັດ ຫຼາຍແຫ່ງ ແລະ ມີຫຼາຍກວ່າ 46% ເປີດເຜີຍວ່າ ອາການຊຶມເສົ້າຫຼັງຈາກການມີເພດສຳພັນ ຈະເກີດຂຶ້ນກັບພວກເຂົາຢ່າງໜ້ອຍກໍປະມານຄັ້ງໜຶ່ງໃນຊີວິດ. ຂະນະທີ່ຫຼາຍກວ່າ 5% ຈາກຜູ້ທີ່ເຮັດແບບສອບຖາມອອນລາຍ ຈຳນວນ 230 ຄົນ ລະບຸວ່າ ພວກເຂົາມັກຈະປະສົບກັບອາການຊຶມເສົ້າ ຫຼັງຈາກມີເພດສຳພັນປະມານ 2-3 ຄັ້ງ ພາຍໃນ 4 ອາທິດ ແລະ ຄວາມສະໜິດສະໜົມດ້ານຄວາມສຳພັນນັ້ນ ກໍຈະຫ່າງເຫີນກັນອອກໄປ.

ນອກນີ້ ຍັງມີການອ້າງບົດຄວາມຈາກ “International Journal of Sexual Health” ໃນງານວິໄຈດ້ານສຸຂະພາບທາງເພດ ຂອງອົດສະຕາລີ ພົບວ່າ: ມີຈໍານວນຜູ້ຍິງຫຼາຍກວ່າ 5% ຕ້ອງປະສົບກັບບັນຫາ ຫຼື ສິ່ງທີ່ຮຽກກັນວ່າ “post-sex blues ຫຼື post-coital dysphoria” ຄື ອາການຊຶມເສົ້າ ຫຼັງຈາກການມີເພດສໍາພັນ ໂດຍຈະປາກົດຢູ່ໃນລັກສະນະຮ້ອງໄຫ້, ເກີດຄວາມກັງວົນ, ຮູ້ສຶກໂສກເສົ້າ ຫຼື ເກີດຄວາມໃຈຮ້າຍ. ໃນຂະນະທີ່ 1 ໃນ 3 ຂອງຈຳນວນຜູ້ຍິງຊາວອົດສະຕາລີ ເປີດເຜີຍວ່າ ຮູ້ສຶກຫົດຫູ່ ເຖິງແມ່ນວ່າ ພວກເຂົາຈະມີເພດສຳພັນທີ່ພໍໃຈແລ້ວກໍຕາມ.

ນັກວິໄຈຈາກສະຖາບັນເທັກໂນໂລຊີ ແຫ່ງ ກວີນແລນ ຂອງ ອົດສະຕາລີ ໄດ້ສະແດງທິດສະດີໄວ້ວ່າ ການປ່ຽນແປງຂອງຮໍໂມນທີ່ເກີດຂຶ້ນ ຫຼັງການສຳເລັດສະແດງຄວາມຮັກແລ້ວ ຍັງສາມາດກໍ່ໃຫ້ເກີດອາການເຈັບຫົວຕາມມາໄດ້ອີກດ້ວຍ.
ດຣ. ໂຣເບິດ ຊະໄວເຊີ, ຫົວໜ້າທີມງານນັກວິໄຈແຫ່ງ ສະຖາບັນເທັກໂນໂລຢີ ກວີນແລນ ກ່າວວ່າ: “ການຄົ້ນພົບນີ້ຕໍ່ຍອດຈາກການວິໄຈຄັ້ງກ່ອນ ເພື່ອກວດສອບການເຮັດວຽກຂອງຄວາມສຳພັນທາງເພດໃນຜູ້ຍິງ ຊຶ່ງຜົນການວິໄຈອັນເກົ່າຂອງພວກເຂົາ ທີ່ໄດ້ຮັບການຢືນຢັນຈາກ ການສຶກສາຂໍ້ມູນໃນຫຼາຍໆຊາດ ພົບວ່າ ມີອາລົມໃນລັກສະນະລົບຫຼັງຈາກທີ່ມີເພດສຳພັນ ຊຶ່ງປາກົດໃຫ້ເຫັນວ່າ ມີການວິວັດທະນາການຂອງການເຮັດວຽກ”.