ສະຫຼອງວັນປະກາດສ້າງຕັ້ງ ນະຄອນ ປາກເຊ ຄົບຮອບ 4 ປີ

ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ນີ້,ທີ່ຫໍຫຼັກເມືອງ ປາກເຊ, ແຂວງ ຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນປະກາດສ້າງຕັ້ງ ນະຄອນ ປາກເຊ ຄົບຮອບ 4 ປີ ວັນທີ 31 ພຶດສະພາ 2018 -31 ພຶດ ສະພາ 2022, ພິທີສົມໂພດຫໍຫຼັກເມືອງ ແລະພິທີ ອະພິເສກພຣະ ອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານ ອພສແຂວງຈຳປາສັກ.ດ້ວຍບັນຍາກາດອັນຄຶກຄື້ນ ແລະ ມີຄວາມໝາຍ.

ເຂົ້າຮ່ວມ ພິທີມີພຣະອາຈານມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ,ມີປະທານ ອພສ ແຂວງ,ພຣະເຖຣາ ຈາກສູນກາງ ແລະ ຕ່າງແຂວງ,ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈຳປາສັກ,ທ່ານ ນາງ ອິນລະວັນ ແກ້ວບຸນພັນ ປະທານສູນກາງສະ ຫະພັນແມ່ຍິງລາວ,ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດ ທະນະທຳ ແລະ ທ່ອງທ່ຽວ.ມີບັນດາການນຳແຂວງ -ນະຄອນປາກເຊ,ແຂກພາຍໃນ ແລະ ຕ່າງປະເທດ,ບໍລິສັດຮັບເໝົາກໍ່ສ້າງຫໍຫຼັກເມືອງ,ບັນດາປະຊາຊົນອອກຕົນຍາດຍົມພາຍໃນແຂວງ-ຄອງນະຄອນປາກເຊເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນ ປາກເຊ ໄດ້ກ່າວປາໄສ ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງນະ ຄອນປາກເຊ(ເມືອງປາກເຊ) ຍົກໃຫ້ເຫັນຄວາມເກັ່ງກ້າອາດຫານ,ສະຫຼາດສ່ອງໃສຂອງການນຳພັກ-ລັດ ແລະ ບັນພະບູລຸດແຕ່ລະຮຸ່ນຄົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ເອົາໃຈໃສ່ສ້າງສາພັດທະນາເມືອງປາກເຊໃຫ້ພັດທະນາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຈາກນີ້ ກໍເວົ້າເຖິງປະຫວັດມູນເຊື້ອວັດຫຼວງປາກເຊ ແລະ ການກໍ່ສ້າງຫໍຫຼັກເມືອງ ປາກເຊ ຊຶ່ງ ການກໍ່ສ້າງຫໍຫຼັກເມືອງ ແມ່ນຕິດພັນກັບຮີດຄອງປະເພນີຂອງທ້ອງຖີ່ນ, ຄວາມໝາຍສຳຄັນຂອງ ຫຼັກບ້ານ-ຫຼັກເມືອງ ແມ່ນສັນຍາລັກຄວາມໝັ້ນຄົງຖາວອນ ແລະ ຄວາມຢູ່ເຢັນເປັນສຸກຂອງບ້ານ ເມືອງ; ທັງແມ່ນສັນຍາລັກ ແຫ່ງຄວາມສາມັກຄີປອງດອງ ເປັນອັນໜຶ່ງອັນດຽວຂອງຊາວເມືອງ ທຸກ ຊົນຊາດຊົນເຜົ່າ. ໂດຍເຫັນໄດ້ຄວາມສຳຄັນທາງປະຫວັດສາດ ໃນການສ້າງຕັ້ງບ້ານ- ສ້າງຕັ້ງເມືອງ, ໃນ ປີ 2013 ທ່ານ ເຈົ້າແຂວງໆ ຈຳປາສັກ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດ ສຶກສາ,ຄົ້ນຄວ້າ, ສຳ ຫຼວດ-ອອກແບບໂຄງການຫໍຫຼັກ ເມືອງ ປາກເຊ (ຕາມຂໍ້ຕົກລົງ ເລກທີ 1171/ຈຂ.ຈສ, ລົງວັນທີ 9 ສິງຫາ 2013) ແລະ ໄດ້ຮັບຮອງເອົາແບບໂຄງການກໍ່ສ້າງຫໍຫຼັກເມືອງປາກເຊ ຕາມຂໍ້ຕົກລົງ ເລກທີ 179/ຈຂ.ຈສ, ລົງວັນທີ 6 ກຸມພາ 2015. ຈາກນັ້ນ, ໃນວັນທີ 29 ພຶດສະພາ 2015 ໂຄງການກໍ່ສ້າງຫໍ ຫຼັກເມືອງປາກເຊ ໄດ້ເລີ່ມການກໍ່ສ້າງ ແລະວາງສີລາລຶກ ຢ່າງເປັນທາງການ ທີ່ບ້ານຫຼັກເມືອງ, ນະຄອນ ປາກເຊ (ໜ້າວັດຫຼວງປາກເຊ) ຮອດວັນທີ 22 ມັງກອນ 2022 ໂຄງການດັ່ງກ່າວໄດ້ສຳເລັດ ການກໍ່ສ້າງ (ໂດຍການຮັຍເໝົາກໍ່ສ້າງຂອງບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ) ແລະ (ວັນທີ 29 ພຶດສະ ພາ 2022) ກໍໄດ້ມີພິທີອັງເຊີນເອົາ “ເສົາສຸວັນນະມະນີສີລາຈາລຶກ” ແລະ ພຣະພຸດ ທະຮູບຄູ່ບາລະມີ 4 ອົງ ເຂົ້າສະຖິດໃນຫໍຫຼັກເມືອງ ເປັນທີ່ຮຽບຮ້ອຍ ແລະ ເລີ່ມບັນຈຸວັດຖຸມຸງຄຸນຕ່າງໆເຂົ້າໃສ່ແລ້ວ.ໃນະີທີກໍໄດ້ທຳມີທຳບຸນຕັກບາດ ຖວາຍ ສັງຄະທານ ແດ່ພຣະສົງ 108 ອົງ ແລະ ພິທີເຖຣາພິເສກ ຫົດສົງມຸທິຕາ ພຣະອາຈານໃຫຍ່ ມະຫາ ສຸວັນ ຈັນທະລາດ, ປະທານ ອພສ ແຂວງ ຈຳປາສັກ ແລະ ມາຮອດຕອນຄ່ຳມື້ນີ້ 31 ພຶດສະພາ ກໍມີພິທີສົມໂພດຫໍຫຼັກເມືອງປາກເຊ ຢ່າງເປັນທາງ ການ. ໂດຍການເປັນປະທານ ຂອງພຣະອາຈານໃຫຍ່ມະຫາບຸນມາ ສີມາພົມ, ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ເກດສະໜາ ແກ້ວສຸວັນນະແສງ

error: Content is protected !!