ທ່າມກາງສັງຄົມກໍາລັງພົບພໍ້ບັນຫາການຂາດແຄນນໍ້າມັນເຊື້ອໄຟ, ຍັງມີບາງບຸກຄົນສວຍໃຊ້ໂອກາດຫາຜົນປະໂຫຍດໃຫ້ຕົນເອງ.
ໃນວັນທີ 31 ພຶດສະພາ 2022 ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສະຫະກຳ ແລະ ການຄ້າ ແຂວງຫລວງນໍ້າທາ ໄດ້ລົງຕິດຕາມ, ກວດກາ, ຢຶດ ແລະ ເຮັດບົດບັນທຶກໃຫ້ຜູ້ລະເມີດ ເພື່ອບໍ່ໃຫ້ມີການສວຍໂອກາດໃນຊ່ວງເກີດວິກິດນໍ້າມັນ.

