
ແຫລ່ງຂ່າວຈາກ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 30 ພຶດສະພາ 2022 ນີ້, ແຂວງ ຫລວງນໍ້າທາ ຈັດກິດຈະກຳຍ່າງມາລາທອນ ເພື່ອຕ້ອນຮັບສອງວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໂດຍການນໍາພາຂອງທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງ ຫລວງນໍ້າທາ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ນັກທຸລະກິດຊາວຫວຽດນາມທີ່ດໍາເນີນທຸລະກິດຢູ່ແຂວງຫລວງນໍ້າທາ, ພະນັກງານ-ລັດຖະກອນ ແລະ ປະຊາຊົນພາຍໃນ ແຂວງ ຫລວງນໍ້າທາ ເຂົ້າຮ່ວມ.
ກິດຈະກຳຍ່າງມາລາທອນ ໃນຄັ້ງນີ້ ໄດ້ເລີ່ມຍ່າງແຕ່ເດີນຫ້ອງວ່າການແຂວງ ອອກໄປຫາທາງແຍກກອງບັນຊາການ ປກສ ແຂວງ ໂຄ້ງມາຫາແຍກພະແນກຍຸຕິທໍາແຂວງ ຫາແຍກຫ້ອງການຊາວໜຸ່ມແຂວງແລ້ວໂ ຄ້ງກັບມາຫາເດີນຫ້ອງວ່າການແຂວງຈຸດເລີ່ມຕົ້ນ ລວມໄລຍະທາງ 5 ກິໂລແມັດ.

ຂໍ້ມູນຂ່າວ: ມຸນຕີ