ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ວ່າ: ປັດຈຸບັນປະເທດເຮົາ ກໍາລັງກະກຽມການເປີດບໍລິການຄືນໃໝ່ ຢ່າງເຕັມຮູບແບບ. ອີງຕາມກົດລະບຽບການເຂົ້າປະເທດສະບັບໃໝ່, ເຊິ່ງຈະຖືກປະກາດຢ່າງເປັນທາງການໃນກອງປະຊຸມຖະແຫຼງຂ່າວໃນອະນາຄົດ, ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ລາວ ຈະຕ້ອງຜ່ານການກວດພະຍາດ ໂຄວິດ-19 ສອງຄັ້ງ.

ທ່ານ ດຣ. ສີສະຫວາດ ກ່າວວ່າ ນັກທ່ອງທ່ຽວຈະຕ້ອງໄດ້ເຮັດການທົດສອບ RT-PCR 72 ຊົ່ວໂມງກ່ອນອອກເດີນທາງ, ເຊັ່ນດຽວກັນກັບ RDT (Rapid Diagnostic Test) ເມື່ອເດີນທາງມາຮອດ. ທ່ານ ກ່າວວ່າ “ໄລຍະເວລາທີ່ລໍຖ້າຜົນກວດແມ່ນຂຶ້ນກັບຈໍານວນນັກທ່ອງທ່ຽວທີ່ເດີນທາງມາຮອດ.”
ຜູ້ທີ່ຕິດເຊື້ອ ໂຄວິດ-19 ແລະ ຫາຍດີແລ້ວບໍ່ຈໍາເປັນຕ້ອງເຮັດການທົດສອບ RT-PCR, ຢ່າງໃດກໍ່ຕາມຕ້ອງມີໃບຢັ້ງຢືນການແພດຢ່າງເປັນທາງການ.

ນັກທ່ອງທ່ຽວຜູ້ທີ່ມີຜົນກວດ RDT ເປັນລົບອາດຈະໄດ້ເຂົ້າປະເທດຢ່າງອິດສະຫຼະ, ໃນຂະນະດຽວກັນຜູ້ທີ່ມີຜົນກວດເປັນບວກຈະຕ້ອງໄດ້ກັກໂຕຢູ່ໂຮງແຮມທີ່ກໍານົດໄວ້. ຜູ້ທີ່ມີອາການຮ້າຍແຮງຈະໄດ້ຮັບການເຂົ້າປິ່ນປົວຢູ່ໂຮງຫມໍ.
ຂໍ້ມູນດັ່ງກ່າວມີຂຶ້ນຫຼັງຈາກທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຕົກລົງຈະເປີດປະເທດຄືນໃໝ່ ດ້ານການທ່ອງທ່ຽວຢ່າງເຕັມຮູບແບບ.
ທ່ານນາຍົກລັດຖະມົນຕີກ່າວວ່າ, ທ່ານໄດ້ເຫັນດີເປັນເອກະພາບ “ໃນຫຼັກການ” ໃນການເປີດປະເທດຄືນໃໝ່ ແລະ ຂະແໜງການທີ່ກ່ຽວຂ້ອງຄວນ “ຖອດຖອນບົດຮຽນຈາກປະເທດເພື່ອນບ້ານ” ເມື່ອຮ່າງລະບຽບການໃໝ່.

ແຫຼ່ງຂໍ້ມູນຈາກ: The Laotian Times