ລາຄາອາຫານໃນ ສິງກະໂປ ເລີ່ມປັບຂຶ້ນເຕືອນທົ່ວໂລກ ຮັບມືກັບເສດຖະກິດ

ທ່າມກາງສະພາບຄ່າຄອງຊີບທີ່ມີທ່າອ່ຽງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ທ່ານ ລີ ຊຽນລຸງ ນາຍົກລັດ ຖະມົນຕີ ສິງກະໂປກ່າວໃນຕອນໜຶ່ງຂອງສູນທອນພົດເນື່ອງໃນວັນກໍາມະກອນສາກົນ (1 ພຶດສະພາ) ວ່າ: ທົ່ວໂລກອາດຈະປະເຊີນກັບສະພາວະເສດຖະກິດຖົດຖອຍ ໃນອີກ 2 ປີ ຂ້າງໜ້າ ຈາກປັດໄຈອັດຕາເງິນເຟີ້ທີ່ມີທ່າອ່ຽງສູງຂຶ້ນ ຕົ້ນທຶນລາຄາສິນຄ້າ ແລະ ພະລັງງານເພີ່ມສູງຂຶ້ນຢ່າງຕໍ່ເນື່ອງປະກອບກັບສະຖານະການໂລກໃນປັດຈຸບັນທີ່ມີທ່າອ່ຽງຍືດເຍື້ອຍາວນານ ຍິ່ງເຮັດໃຫ້ຄວາມຄາດຫວັງທີ່ເສດຖະກິດຈະກັບມາສົດໃສຫຼັງຈາກໂຄວິດຍັງຍາກທີ່ຈະສາມາດປະເມີນໄດ້.

ທ່ານ ລີ ຊຽນລຸງ ຍັງໄດ້ກ່າວເຕືອນວ່າ ສິງກະໂປຕ້ອງກຽມຄວາມພ້ອມຮັບຄວາມທ້າທາຍທາງດ້ານເສດຖະກິດຫຼາຍຂຶ້ນ ຂະນະທີ່ລັດຖະບານກຳລັງເຮັດທຸກຢ່າງເທົ່າທີ່ເຮັດໄດ້ ເພື່ອຫຼຸດຜ່ອນຜົນກະທົບ ແລະ ບັນເທົາພາລະຄ່າຄອງຊີບໃນຫຼາຍມາດຕະການຜ່ານແພັກເກັດສະໜັບສະໜູນຄົວເຮືອນລວມມູນຄ່າ 560 ລ້ານໂດລາ ຊ່ວຍບັນເທົາຄວາມເດືອດຮ້ອນຂອງປະຊາຊົນ. ຄຳກ່າວຂອງທ່ານນາຍົກລັດຖະມົນຕີ ລີ ຊຽນລຸງ ບໍ່ໄດ້ເກີນຄວາມເປັນຈິງແຕ່ຢ່າງໃດ. ໃນທ້າຍເດືອນເມສາທີ່ຜ່ານມາ ແຊນແນວນິວເອເຊຍ (Channel News Asia) ໄດ້ລົງພື້ນທີ່ສຳຫຼວດຮ້ານຄ້າສະຕຣີດຟູດ (Street food) ຫຼື Hawker ຊຶ່ງເປັນວັດທະນະທຳອາຫານທີ່ມີຊື່ສຽງຂອງສິງກະໂປ ພົບວ່າ ບັນດາຮ້ານອາຫານທີ່ມີຊື່ສຽງທັງຫຼາຍຂອງສິງ ກະໂປຕ່າງກໍປັບຂຶ້ນລາຄາ ລວມທັງອາຫານ ແລະ ເຄື່ອງດື່ມຫຼາຍລາຍການຕ່າງກໍປັບຂຶ້ນລາຄາຢ່າງໜ້ອຍ 10% – 20%.

ໜຶ່ງໃນຜູ້ຂາຍອາຫານໃນແຫຼ່ງສະຕິດຟູດ( Street food )ແຖວເບນເດເມຍ ຍອມຮັບວ່າ ນ້ຳມັນປຸງແຕ່ງອາຫານ, ນ້ຳຕານ, ຜັກທຽມ ແລະ ຫອມບົ່ວ ຊຶ່ງລ້ວນແຕ່ເປັນສ່ວນປະກອບຫຼັກຂອງຮ້ານ ຕ່າງກໍຂຶ້ນລາຄາທັງໝົດ ນັ້ນເຮັດໃຫ້ທາງຮ້ານຈຳເປັນຕ້ອງຂຶ້ນລາຄາ (ເຂົ້າໜົມຈຸ໊ຍກ໊ວຍຈາກທີ່ເຄີຍຂາຍ 4 ອັນ 1.20 ໂດລາສິງກະໂປເປັນ 1.60 ໂດລາສິງກະໂປ. ຂະນະທີ່ 8 ອັນມີລາຄາ 3.20 ໂດລາສິງກະໂປຈາກເດີມທີ່ 2.40 ໂດລາສິງກະໂປ) ແລະ ຍອມຮັບວ່າ ນີ້ເປັນຄັ້ງທໍາອິດໃນຮອບ 10 ປີທີ່ຕ້ອງປັບຂຶ້ນລາຄາ ເຊັ່ນດຽວກັບຮ້ານເຂົ້າມັນໄກ່ໃນແຖວຖະໜົນໂອເວັ່ນ (Owen Road) ທີ່ປັບຂຶ້ນລາຄາເຂົ້າມັນໄກ່ຈານລະ 3 ໂດລາສິງກະໂປເປັນ 3.50 ໂດລາສິງກະໂປ ພ້ອມທັງຕິດປ້າຍລະບຸວ່າ ເນື່ອງຈາກວັດຖຸດິບອາຫານ ແລະ ຄ່າໃຊ້ຈ່າຍອື່ນໆຂຶ້ນລາຄາຕະຫຼອດໄລຍະທີ່ຜ່ານມາປະກອບກັບອັດຕາເງິນເຟີ້ທົ່ວໂລກທາງຮ້ານຈຶ່ງຕ້ອງຕັດສິນໃຈປັບຂຶ້ນລາຄາອາຫານ.

ທ່ານ ຟູ ຕັກ ລິມ (Foo Tak Lim) ຜູ້ເບິ່ງແຍງ Streetfood ແຖວ Owen Road ກ່າວວ່າ ຕົ້ນທຶນຂອງສ່ວນປະສົມເຊັ່ນ: ນໍ້າມັນ, ໝີ່, ໄກ່ ແລະ ໄຂ່ ເພີ່ມຂຶ້ນ 10% – 20% ການປັບຂຶ້ນລາຄາເຂົ້າມັນໄກ່ຮອບນີ້ຖືວ່າເປັນການຂຶ້ນລາຄາຄັ້ງທີ 2 ໃນຮອບ 10 ປີ. ທ່ານ ເຄນເນັດ ລີ ຮອງປະທານສະມາຄົມເຄືອຂ່າຍຮ້ານກາເຟ ແລະ ບາ(Bar) ທີ່ມີສະມາຊິກຫຼາຍກວ່າ 200 ແຫ່ງໃນສິງກະໂປຍອມຮັບວ່າ ຂະນະນີ້ສະມາຊິກໃນເຄືອຂ່າຍຫຼາຍກວ່າ 40% – 50% ມີການປັບຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ໂດຍມີການປັບຂຶ້ນສະເລ່ຍຕັ້ງແຕ່ 10-20 ເຊັນຕໍ່ເຄື່ອງດື່ມ 1 ແກ້ວໄປຈົນເຖິງ 1 ໂດລາສິງກະໂປສຳລັບການຂຶ້ນລາຄາອາຫານ ໂດຍອາຫານທະເລປັບຂຶ້ນລາຄາຫຼາຍທີ່ສຸດ. ທ່ານ ລີ ລະບຸວ່າ ຮ້ານຄ້າຫຼາຍແຫ່ງໃຊ້ນ້ຳມັນສຳລັບປະກອບອາຫານທີ່ວັດຖຸດິບພື້ນຖານມີແຫຼ່ງຜະລິດຢູ່ໃນອູແກຣນ ໂດຍປັດຈຸບັນລາຄານ້ຳມັນປະກອບອາຫານເພີ່ມຂຶ້ນເປັນ 2 ເທົ່າຂອງລາຄາເມື່ອປະມານ 1 ປີທີ່ຜ່ານມາ ຈຶ່ງເຮັດໃຫ້ຮ້ານອາຫານຕ່າງໆຈຳເປັນຕ້ອງປັບຂຶ້ນລາຄາ.

ໃນບົດລາຍງານເສດຖະກິດມະຫາພາກທີ່ເຜີຍແຜ່ໂດຍທະນາຄານກາງສິງກະໂປ (MAS) ເມື່ອຕົ້ນເດືອນພຶດສະພາທີ່ຜ່ານມາຊີ້ໃຫ້ເຫັນວ່າ ອັດຕາເງິນເຟີ້ພື້ນຖານຂອງສິງກະໂປໃນເດືອນມີນາ 2022 ເພີ່ມຂຶ້ນສູ່ລະດັບສູງທີ່ສຸດໃນຮອບ 10 ປີຢູ່ທີ່ 2.9%, ສ່ວນຕົ້ນທຶນລາຄາວັດຖຸດິບທີ່ຍັງບໍ່ທັນປຸງແຕ່ງສຸກເພີ່ມຂຶ້ນ 3% ໃນໄຕມາດທຳອິດ ເພີ່ມຂຶ້ນຈາກ 2.5% ໃນໄຕມາດກ່ອນໜ້ານີ້ທ່າມກາງລາຄາທີ່ສູງຂຶ້ນໂດຍສະເພາະອາຫານຈຳພວກປາ, ອາຫານທະເລ ແລະ ຊີ້ນ.

ທ່ານ ເສັ່ງ ວຸນ ຊົ່ງ ນັກເສດຖະສາດຈາກ CIMB Private Bank ໄດ້ເປີດເຜີຍວ່າ ເປັນເລື່ອງຍາກທີ່ຈະປະເມີນວ່າເມື່ອໃດລາຄາຕົ້ນທຶນວັດຖຸດິບເຫຼົ່ານີ້ຈະຫຼຸດລົງ ຫຼື ຢູ່ໂຕ ເນື່ອງຈາກປັດໄຈຫຼາຍຢ່າງບໍ່ແນ່ນອນ. ດັ່ງນັ້ນ, ການຂຶ້ນລາຄາ Street food ນັ້ນສົມເຫດສົມຜົນແລ້ວ ຂະນະທີ່ນະໂຍບາຍຂອງ ສິງກະໂປ ມີຄວາມຊັດເຈນ ແນ່ນອນວ່າ ຈະບໍ່ຫັນຫຼັງກັບໄປປິດເສດຖະກິດເພື່ອຄວບຄຸມໂຄວິດອີກ, ຂະນະທີ່ໃນຕອນທ້າຍຂອງສູນທອນພົດວັນກໍາມະກອນສາກົນຂອງທ່ານນາຍົກລັດຖະມົນຕີ ລີ ຊຽນລຸງ ກ່າວເນັ້ນວ່າ ຍຸດທະສາດຂອງສິງກະໂປຈະຕ້ອງເປີດກວ້າງ ແລະ ເຮັດໃຫ້ເສດຖະກິດຂອງພວກເຮົາແຂງແຮງຂຶ້ນ ແລະ ມີຄວາມນຸ່ມນວນຫຼາຍຂຶ້ນ ການສົ່ງອອກຂອງສິງກະໂປຍັງຄົງມີໂອກາດກັບຕະຫຼາດປະເທດໃໝ່ໆ ແລະ ພວກເຮົາຍັງສາມາດຫາລ້ຽງຊີບໄດ້ໃນໂລກນີ້. ເຖິງຢ່າງໃດກໍຕາມ, ຄວາມສຳເລັດທາງດ້ານເສດຖະກິດພຽງຢ່າງດຽວບໍ່ໜ້າຈະພຽງພໍ. ນອກຈາກນີ້, ທ່ານ ລີ ຊຽນລຸງ ຍັງໄດ້ກ່າວເຕືອນວ່າ ສິງກະໂປ ຄວນເບິ່ງໂລກໃນແງ່ດີຢ່າງລະມັດລະວັງສຳລັບການເລີ່ມຕົ້ນໃນປີນີ້ ຊຶ່ງຄຳກ່າວເຕືອນຂອງທ່ານບໍ່ເກີນຄວາມເປັນຈິງທີ່ວ່າ ເຖິງແມ່ນວ່າ ສິງກະໂປ ຈະຜ່ອນຄາຍການເປີດປະເທດ ເພື່ອຫວັງຟື້ນຟູພາກທຸລະກິດທ່ອງທ່ຽວຫຼັງໂຄວິດ ແຕ່ເມື່ອພົບກັບສະພາວະເງິນເຟີ້ ແລະ ຜົນມາຈາກສະຖານະການໂລກໃນປັດຈຸບັນ ເສດຖະກິດ ສິງກະໂປ ອາດຈະບໍ່ສົດໃສເໝືຶອນຢ່າງທີ່ຫຼາຍທ່ານວາດຝັນ.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

error: Content is protected !!