ຮອງນາຍົກລັດຖະມົົນຕີ ເຄື່ອນໄຫວເຮັດວຽກ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງ ຫຼວງ​ນ້ຳ​ທາ ໃນ​ວັນ​ທີ 29 ພຶດ​ສະ​ພາ 2022 ໂດຍມີທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງ ຫຼວງນໍ້າທາ ບັນດາການນໍາຂອງແຂວງ, ຂອງເມືອງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ, ຜູ້ພັດທະນາເຂດເສດຖະກິດພິເສດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ຈຸດປະສົງ ຂອງການມາເຮັດວຽກໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ຕິດຕາມ ແລະ ແກ້ໄຂສິ່ງທີ່ຫຍຸ້ງຍາກຄົງຄ້າງ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ເປັນອຸປະສັກກີດຂວາງຕໍ່ການພັດທະນາ ແລະ ການລົງທຶນ ຢູ່ພາຍໃນເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາ ແລະ ການດໍາເນີນທຸລະກິດ ແນໃສ່ສ້າງເຂດບໍ່ເຕ່ນແດນງາມ ໃຫ້ເປັນເຂດທີ່ ໜ້າຢູ່, ໜ້າທ່ອງທ່ຽວ, ທັງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນບ່ອນສ້າງວຽກເຮັດງານທໍາ, ທັງເປັນຖານເກັບລາຍຮັບທີ່ສໍາຄັນ ເພື່ອປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືຂອງແຂວງ.

ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາ ແລະ ຄວາມຄືບໜ້າໃນການແກ້ໄຂບັນຫາທີ່ຄົງຄ້າງຢູ່ພາຍໃນເຂດ ໃນໄລຍະຜ່ານມາ ລວມທັງ ແຜນພັດທະນາໃນຕໍ່ໜ້າ. ພ້ອມກັນນັ້ນ, ພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມປະຊຸມ ກໍຍັງໄດ້ມີຄຳເຫັນ ແລະ ຂໍ້ສະເໜີ ແລກປ່ຽນຈຳນວນໜຶ່ງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານ ໄດ້ຕີລາຄາສູງຕໍ່ການພັດທະນາຢູ່ພາຍໃນເຂດ ຊຶ່ງເຫັນວ່າ ເປັນເຂດເສດຖະກິດພິເສດໜຶ່ງ ທີ່ມີການພັດທະນາໄວ ນັ້ນສະແດງໃຫ້ເຫັນຍ້ອນມີການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ຜູ້ພັດທະນາເຂດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ, ອົງການປົກຄອງແຂວງ ກໍຄື ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ; ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເຂດເສດຖະກິດພິເສດ ສືບຕໍ່ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີບາງຄໍາເຫັນຊີ້ນຳ ໂດຍມອບໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ສືບຕໍ່ເຮັດໜ້າທີ່ເປັນໃຈກາງປະສານງານ ນໍາພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າແກ້ໄຂບັນຫາ ທີ່ຕິດພັນກັບການສະເໜີຂອງຜູ້ລົງທຶນ ທັງນີ້ ກໍເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ບົນພື້ນຖານສັນຍາ, ລະບຽບການ ກໍຄື ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ກໍານົດ ດ້ວຍຄວາມໂປ່ງໄສ, ຍຸຕິທໍາ ແລະ ບໍລິການດ້ວຍຄວາມວ່ອງໄວ ຜ່ານລະບົບທີ່ທັນສະໄໝ; ສໍາລັບບໍລິສັດ ແມ່ນສະເໜີໃຫ້ສືບຕໍ່ປະກອບສ່ວນປະຕິບັດພັດທະນາ ຕາມສັນຍາ ແລະ ຕາມນະໂຍບາຍຂອງພັກ-ລັດຖະບານລາວ ກໍຄື ນິຕິກໍາທີ່ກ່ຽວຂ້ອງກ່ຽວກັບການລົງທຶນ ແລະ ການພັດທະນາ ຢູ່ພາຍໃນ ສປປ ລາວ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຜູ້ພັດທະນາເຂດ ສືບຕໍ່ຮ່ວມມືເຮັດວຽກນໍາພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອພ້ອມກັນພັດທະນາເຂດເສດຖະກິດພິເສດແຫ່ງນີ້ ໃຫ້ກາຍເປັນຕົວແບບໃນການພັດທະນາເສດຖະກິດຢູ່ ສປປ ລາວ.

ໃນໂອກາດເຄື່ອນໄຫວເຮັດວຽກ ຢູ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ປະຊຸມພົບປະສະເພາະ ກັບບັນດານັກລົງທຶນພັດທະນາ ຢູ່ເຂດເສດຖະກິດພິເສດດັ່ງກ່າວຕື່ມອີກ.

ພາບ ແລະ ຂໍ້ມູນຂ່າວ: ກົມປະຊາສຳພັນ ຫສນຍ

error: Content is protected !!