ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 19 ເມສາ 2022 ນີ້, ຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ລົງຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ບ້ານ ໂຄກແລ້ງ,ເມືອງ ຈຳພອນ ທີ່ຖືກພາຍຸພັດເຮືອນຈຳນວນ 4 ຫລັງ ໃນວັນທີ 11 ເມສາຜ່ານມາ, ລວມມູນຄ່າເສຍຫາຍທັງໝົດ 40 ລ້ານກວ່າກີບ.

ການຊ່ວຍເຫລືອຄັ້ງນີ້ ໂດຍການນຳພາຂອງ ທ່ານ ນາງ ພູທອງ ແກ້ວໄຊຍະພອນ ຮອງເຈົ້າເມືອງ ຈຳພອນ, ທັງເປັນປະທານຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ແລະ ທ່ານ ລືຄຳຫານ ພົມມະລິນ ຫົວໝ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ໂດຍໄດ້ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວ ນາງ ຜ່ານ ສັງກະສີ 50 ແຜ່ນ, ຕະປູ 5 ກິໂລກຣາມ; ຄອບຄົວ ນາງ ພວງ ສັງກະສີ 40 ແຜ່ນ, ເຫລັກຕະປູ 4 ກິໂລກຣາມ; ຄອບ ຄົວ ທ້າວ ນະ ສັງກະສີ 40 ແຜ່ນ, ເຫລັກຕະປູ 4 ກິໂລກຣາມ ແລະ ຄອບຄົວ ທ້າວ ແຫລ້ ສັງກະສີ 30 ແຜ່ນ, ເຫລັກຕະປູ 3 ກິໂລກຣາມ, ລວມມູນຄ່າທັງໝົດ 6 ລ້ານກີບ.
