ປີນີ້ ທົ່ວປະເທດມີແຜນປູກໄມ້ ໃນເນື້ອທີ່ 37, 200 ເຮັກຕາ

ໃນປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະ ບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20,000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37,200 ເຮັກຕາ, ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7,400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24,800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ ນິຕິບຸກຄົນ 5,000 ເຮັກຕາ.

ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ນີ້ວ່າ: ສະ ເພາະໃນວັນທີ 1 ມິຖຸນາ ທົ່ວປະເທດ ຈະປູກຕົ້ນໄມ້ໃນເນື້ອທີ່ 1,213 ເຮັກຕາ, ນໍາໃຊ້ເບ້ຍໄມ້ 1,465,233 ກວ່າເບ້ຍ, ໃນນັ້ນລວມມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຝາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ. ພ້ອມນີ້ ແຕ່ລະແຂວງກໍໄດ້ວາງແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.

ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ລັດຖະບານ ວາງຄາດໝາຍສູ້ຊົນ ຮັກສາທີ່ດິນປ່າໄມ້ ປະມານ 16.5 ລ້ານ ເຮັກຕາ ແລະ ຈະຍົກລະດັບຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຫລື ເທົ່າກັບ 16.5 ລ້ານ ເຮັກຕາ, ໃນນັ້ນ ວາງຄາດໝາຍຕາມແຜນການ ປ່າສະຫງວນ ໃຫ້ໄດ້ 4.7 ລ້ານ ເຮັກ ຕາ, ປ່າປ້ອງກັນ 8.2 ລ້ານ ເຮັກຕາ, ປ່າຜະລິດ 3.1 ລ້ານ ເຮັກຕາ, ຟື້ນຟູປ່າທໍາມະຊາດ 6 ລ້ານ ເຮັກຕາ ແລະ ປ່າປູກ 5 ແສນ ເຮັກຕາ ດ້ວຍການສົ່ງເສີມທຸກພາກສ່ວນເສດຖະກິດ, ຜູ້ປະກອບການ ແລະ ພາກສ່ວນຕ່າງໆໃນສັງຄົມ ໃຫ້ເຂົ້າຮ່ວມປູກຕົ້ນໄມ້ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ.

ຢ່າງໃດກໍຕາມ, ການປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະ ການບຸກລຸກ ເຂດ 3 ປະເພດປ່າ, ພ້ອມນີ້ ວຽກການກໍານົດທີ່ດິນປ່າໄມ້ ເຂົ້າໃນ 3 ປະເພດປ່າ ກໍຍັງບໍ່ທັນສໍາເລັດ ເຊິ່ງເປັນສິ່ງທ້າທາຍ ຕໍ່ການບັນລຸເປົ້າໝາຍ ການຍົກລະດັບຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% (ປະມານ 16.5 ລ້ານເຮັກຕາ) ຕາມແຜນຄາດໝາຍສູ້ຊົນໃນຍຸດທະສາດປ່າໄມ້.

ໂອກາດນີ້, ທ່ານ ເພັດ ພົມພິພັກ ຍັງໄດ້ຮຽກຮ້ອງໃຫ້ປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດ ໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດ ຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະ ຍາກອນປ່າໄມ້ ທີ່ເປັນສ່ວນປະກອບອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ເພາະການປູກຕົ້ນໄມ້ ແມ່ນສາມາດປູກໄດ້ ແຕ່ດຽວນີ້ເປັນຕົ້ນໄປ ແລະ ຕະຫລອດຮອດລະດູຝົນ, ບ່ອນໃດມີເງື່ອນໄຂ, ເນື້ອທີ່ ແລະ ແຫລ່ງນໍ້າ ກໍສາມາດປູກໄດ້ຕະຫລອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ທຸກໆ ຊະນິດໄມ້ຕາມເງື່ອນໄຂຕົວຈິງ ດັ່ງຄໍາຂວັນ ທີ່ວ່າ: “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດ ລ້ອມ, ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ”.

ຂ່າວ-ພາບ: ວິທະຍຸແຫ່ງຊາດ

error: Content is protected !!