ນາຍົກລັດຖະມົນຕີ ຊີ້ນຳວຽກງານ ແຂວງ ຈຳປາສັກ

ຕອນບ່າຍ ວັນທີ 28 ພຶດສະພາ 2022, ພາຍຫລັງສໍາເລັດການຊີ້ນໍາ ແລະ ຊຸກຍູ້ວຽກງານ ແຂວງ ອັດຕະປື, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫລັກແຫລ່ງ ແຂວງຈຳປາສັກ ໂດຍການນຳພາຄະນະໃຫ້ຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆ ຈຳປາສັກ.

ກ່ອນອື່ນ, ທ່ານ ເຈົ້າແຂວງ ຈຳປາສັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2022 ໃນໄລຍະ 5 ເດືອນຜ່ານມາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຫັນວ່າ ຜົນສຳເລັດອັນພົ້ນເດັ່ນ ແມ່ນການປັບປຸງການຈັດຕັ້ງ ແລະ ກຳນົດແຜນພະນັກງານນຳພາຄຸ້ມຄອງຂອງແຂວງ; ການປັບປຸງວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ ແລະ 4 ຄາດໝາຍ ທີ່ກຳນົດໄວ້; ການແກ້ໄຂບັນຫາການແພ່ລະບາດ ຂອງພະຍາດໂຄວິດ-19; ການປະຕິບັດ 2 ວາລະແຫ່ງຊາດ ມີຄວາມຄືບໜ້າ ແລະ ໄດ້ຮັບຜົນສຳເລັດດີເປັນກ້າວໆ ເຊິ່ງໄດ້ປະກອບສ່ວນ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີທິດຊີ້ນຳ ຕໍ່ອົງການປົກຄອງແຂວງຈຳປາສັກ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ແຂວງຈຳປາສັກ ສາມາດປະຕິບັດໄດ້ ໃນໄລຍະທີ່ຜ່ນມາ, ພ້ອມທັງ ຍົກໃຫ້ເຫັນສະພາບການນຳພາ ແລະ ບໍລິຫານວຽກງານ ຂອງລັດຖະບານຊຸດທີ IX, ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການເຄື່ອນໄຫວເຮັດວຽກ ຢູ່ ແຂວງຈຳປາສັກ ແລະ ອັດຕະປື ໃນຄັ້ງນີ້, ລວມທັງ ສະພາບການພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງ ແລະ ເປັນເອກະພາບ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ອົງການປົກຄອງແຂວງຈຳປາສັກ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫງຊາດ ຢ່າງແຂງແຮງ ແລະ ມີຜົນສຳເລັດ ຕາມແຜນທີ່ກຳນົດໄວ້; ເພີ່ມທະວີການປະຕິບັດ ແນວທາງການຕ່າງປະເທດອັນສະເໝີຕົ້ນສະເໜີປາຍ ຂອງພັກເຮົາ ເພື່ອປົກປ້ອງ ແລະ ຍາດແຍ່ງເອົາຜົນປະໂຫຍດ ມາໃຫ້ປະເທດຊາດ ແລະ ປະຊາຊົນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ຕາມທິດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອນຳເອົາຜົນປະໂຫຍສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ.

ທັງໝົດ ແມ່ນການຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢູ່ທ້ອງຖິ່ນ ໃຫ້ມີຜົນສຳເລັດ ຕາມຄາດໝາຍ ທີ່ກຳນົດໄວ້, ທັງແມ່ນຄວາມເປັນຫ່ວງເປັນໄຍ ຂອງສູນກາງພັກ ແລະ ລັດຖະບານ ຕໍ່ການປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມກ້າວໜ້າ, ທັນສະໄໝ, ສັງຄົມມີຄວາມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທຳ ຢ່າງແທ້ຈິງ.

ຂໍ້ມູນຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

error: Content is protected !!