
ອີງຕາມແຈ້ງການຂອງກະຊວງການຈ້າງງານ ແລະ ແຮງງານຂອງ ສ.ເກົາຫຼີ, ຊຶ່ງເປັນໂອກາດດີໃຫ້ແກ່ແຮງງານລາວທີ່ຕ້ອງການໄປເຮັດວຽກຢູ່ ສ.ເກົາຫຼີ, ສຳລັບປີ 2022 ມີຄວາມຕ້ອງການແຮງງານ ລາວ ໃນລະບົບໄລຍະຍາວ 3-5 ປີ (EPS) ຈຳນວນ 500-1,000 ຄົນຕ່ໍປີ ແລະ ລະບົບໄລຍະສັ້ນ 3-6 ເດືອນ (SW) ມີຄວາມຕ້ອງການໃນແຕ່ລະເດືອນຫຼາຍກວ່າ 1,000 ຄົນ.

ໃນວັນທີ 26 ພຶດສະພານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສຳພາດຕ່ໍນັກຂ່າວສຳນັກຂ່າວສານວ່າ: ພາຍໃຕ້ການຮ່ວມມື ລະຫວ່າງກະຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ.ເກົາຫຼີ ໂດຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບການອະນຸຍາດການຈ້າງງານ (EPS) ໃນວັນທີ 09 ກັນຍາ 2016. ມາເຖິງປັດຈຸບັນ, ການຈັດສົ່ງຜູ້ອອກແຮງງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບຄື: 1). ລະບົບ Employment permission system (EPS) ເປັນລະບົບໄລຍະຍາວ 3-5 ປີ ແມ່ນເຮັດວຽກໃນຂະແໜງອຸດສາຫະກຳ ຂະໜາດນ້ອຍ ແລະ ກາງ (ໂຮງງານຕ່າງໆ) ມີຄວາມຕ້ອງການ 500-1,000 ຄົນຕ່ໍປີ ແລະ 2). ລະບົບ Seasonal Worker (SW) ເປັນລະບົບໄລຍະສັ້ນ ເຮັດວຽກຕາມລະດູການ 3-6 ເດືອນ ສ່ວນໃຫຍ່ແລ້ວແມ່ນເຮັດວຽກດ້ານກະສິກຳ ຊຶ່ງພາຍໃນເດືອນມິຖຸນານີ້ ແມ່ນມີຄວາມຕ້ອງການຫຼານກວ່າ 1,000 ຄົນ. ໃນປັດຈຸບັນ, ສາມາດຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ແລ້ວຈຳນວນທັງໝົດ 632 ຄົນ, ຍິງ 19 ຄົນ.

ສຳລັບການໄປເຮັດວຽກຢູ່ ສ.ເກົາຫຼີ ທັງສອງລະບົບນັ້ນ ແມ່ນຢູ່ພາຍໃຕ້ການອະນຸຍາດຂອງພາກສ່ວນກະຊວງ ຮສສ ເທົ່ານັ້ນ. ຖ້າຫາກມີຂະແໜງການອື່ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນມີການດຳເນີນການຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ໂດຍບ່ໍໄດ້ຮັບອະນຸຍາດຈສກກະຊວງ ຮສສ ແມ່ນຜິດຕ່ໍລະບຽບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສະນັ້ນ, ຂໍໃຫ້ຜູ້ອອກແຮງງານ ແລະ ພົນລະເມືອງລາວທົ່ວໄປ ຈົ່ງຮັບຮູ້ຂໍ້ມູນດັ່ງກວ່າ ແລະ ບອກຕ່ໍກັນໄປຢ່າງກວ້າງຂວາງ ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ພ້ອມທັງຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ບ່ໍດີຊອກຫາຜົນປະໂຫຍດຈາກແຮງງານດັ່ງກ່າວ.
ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວຕື່ມວ່າ: ການໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບ EPS ແມ່ນຈະໄດ້ຮັບເງິນເດືອນປະມານ 1,500$/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ), ສຳລັບ ຄ່າໃຊ້ຈ່າຍແມ່ນຜູ້ອອກແຮງງານຮັບຜິດຊອບເອງ ລວມທັງໝົດປະມານ 1,100$ ຊຶ່ງປະກອບມີ ຄ່າຮຽນພາສາເກົາຫຼີ, ຄ່າລົງທະບຽນສອບເສັງ, ຄ່າວີຊາແຮງງານ, ຄ່າກວດພະຍາດ, ຄ່າປະກັນໄພ, ຄ່າປີ້ຍົນໄປ (ບໍ່ລວມປີ້ຍົນກັບ ເພາະໄລຍະຍາວບໍ່ສາມາດຄາດຄະເນ່ໄດ້) ແລະ ຄ່າເອກະສານອື່ນໆ.

ການໄປເຮັດວຽກຕາມລະດູການ ແມ່ນຈະໄດ້ຮັບເງິນເດືອນປະມານ 1,570$/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ), ຖ້າໄລຍະ 5 ເດືອນ ກໍຈະໄດ້ທັງໝົດປະມານ 7,850$, ສໍາລັບຄ່າໃຊ້ຈ່າຍທັງໝົດແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງຊຶ່ງມີປະມານ 2,780$ ເປັນຕົ້ນແມ່ນ ຄ່າໂຄສະນາ ແລະ ບໍລິຫານແຮງງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມກ່ອນການຈັດສົ່ງ ລວມທັງທີ່ພັກ ແລະ ອາຫານ, ກວດສຸຂະພາບກ່ອນການເດີນທາງ, ກວດໂຄວິດ, ວີຊ່າແຮງງານ, ປະກັນໄພ, ຄ່າເອກະສານອື່ນໆ. ນອກຈາກຄ່າໃຊ້ຈ່າຍດັ່ງກ່າວນັ້ນແລ້ວ ຜູ້ອອກແຮງງານຕ້ອງໄດ້ວາງເງິນມັດຈໍາ ຈໍານວນ 3,000$ ຫຼື ໃບຕາດິນ ເພື່ອປ້ອງກັນການລົບໜີຈາກນາຍຈ້າງອອກຈາກແຮງງານ, ຊຶ່ງຈະເປັນພາລະອັນໜັກໜ່ວງຂອງກະຊວງ ຮສສ ແລະ ບໍລິສັດ ທີ່ຈະຕ້ອງໄດ້ຮັບຜິດຊອບ ເພາະອາດເຮັດໃຫ້ ສປປ ລາວ ຖືກໂຈະ ແລະ ຢຸດການຈັດສົ່ງໄປເຮັດວຽກຢູ່ ສ.ເກົາຫຼີ ໃນກໍລະນີມີແຮງງານລົບໜີຈາກນາຍຈ້າງ ແລະ ບໍ່ກັບຄືນປະເທດ.
ສຳລັບ ຜູ້ອອກແຮງງານລາວຜູ້ທີ່ມີອາຍຸ 25-45 ປີ ສົນໃຈໄປເຮັດວຽກຢູ່ ສ.ເກົາຫຼີ ສາມາດຕິດຕໍ່ພົວພັນນໍາພະແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເບີໂທ: 021 217738, 02056499474 (ບໍລິສັດ ສະຫວັນບໍລິການຈັດຫາງານ) ແລະ 030200200 (ບໍລິສັດ ໄອຈ໋ອບ ຈຳກັດ).