ເປັນທີ່ຮູ້ດີວ່າ ອາຫານສຳເລັດຮູບ ມີຄຸນຄ່າທາງໂພຊະນາການໜ້ອຍກວ່າ ອາຫານສົດ. ດັ່ງນັ້ນ ພວກເຮົາຄວນຮູ້ວິທີກິນອາຫານສຳເລັດຮູບໃຫ້ຖືກຕ້ອງ ເພື່ອເຮັດໃຫ້ມີປະໂຫຍດ ແລະ ດີຕໍ່ສຸຂະພາບ.
ອາຫານສຳເລັດຮູບ ກໍໝາຍເຖິງ ອາຫານທີ່ອຳນວຍຄວາມສະດວກໃນການກິນ ເຊັ່ນ ຊີ້ນສັດທີ່ປຸງມາລະດັບໜຶ່ງແລ້ວ, ອາຫານແຊ່ເຢັນ, ແຊ່ແຂງ ຫຼື ອາຫານກະປ໋ອງ ທີ່ເປີດຝາອອກແລ້ວ ກໍສາມາດກິນໄດ້ເລີຍ.

- ອາຫານແຊ່ເຢັນ ແລະ ແຊ່ແຂງ: ອາຫານແຊ່ເຢັນ ເປັນອາຫານທີ່ຜ່ານການປຸງດ້ວຍອຸນຫະພູມສູງ ແລ້ວຫຼຸດອຸນຫະພູມລົງໃຫ້ເຫຼືອປະມານ 4-7 ອົງສາຢ່າງໄວ. ສ່ວນອາຫານແຊ່ແຂງ ມີທັງແບບປຸງແລ້ວ ຫຼື ເປັນວັດຖຸດິບ ແຊ່ແຂງທີ່ໃຊ້ອຸນຫະພູມປະລິມານ -18 ອົງສາ.
ຄວາມສຳຄັນຂອງອາຫານແຊ່ເຢັນ ຄື ເລື່ອງວັນໝົດອາຍຸ ເພາະວ່າ ອາຍຸຈະສັ້ນກວ່າອາຫານແຊ່ແຂງ, ສ່ວນການຫຸ້ມຫໍ່ທັງສອງປະເພດ ກໍຕ້ອງຢູ່ໃນສະພາບທີ່ບໍ່ຈີກຂາດ, ເມື່ອເບິ່ງແລ້ວຕ້ອງຢູ່ໃນສະພາບທີ່ສະອາດ ບໍ່ເນົ່າງ່າຍ.
ເທັກນິກດີໆຄື ສຳລັບອາຫານແຊ່ແຂງນັ້ນ ບໍ່ຄວນນຳເອົາອາຫານທີ່ອຸ່ນຈົນລະລາຍແລ້ວກັບເຂົ້າໄປແຊ່ແຂງອີກ ເພາະວ່າ ຄຸນຄ່າ ຂອງອາຫານສ່ວນໜຶ່ງອາດຈະຫາຍໄປ. ດັ່ງນັ້ນ ການນຳອາຫານອອກມາລະລາຍແຕ່ລະຄັ້ງ ຄວນແບ່ງອອກມາເທົ່າທີ່ພໍກິນ.

- ອາຫານກະປ໋ອງ: ໃຫ້ສັງເກດລັກສະນະຂອງກະປ໋ອງ ຕ້ອງບໍ່ມີຮອຍນູນ ຫຼື ບຸ້ມບ້ຽວ, ກະປ໋ອງຕ້ອງບໍ່ເປັນໝ້ຽງ, ໃຊ້ນິ້ວມືດີດຝາເທິງກະປອງແລ້ວຟັງສຽງ ຖ້າເປັນນໍ້າໝາກໄມ້ ສຽງກໍຈະດັງ, ແຕ່ຖ້າເປັນຊີ້ນ ຄວນມີສຽງໜັກໆ ຊຶ່ງໝາຍຄວາມວ່າ ອາຫານໃນກະປ໋ອງຍັງສົດດີ, ຖ້າຫາກເປີດກະປ໋ອງອອກມາແລ້ວ ພົບວ່າ ມີລົມພຸ່ງອອກມາ ຫຼື ໃນອາຫານມີຟອງອາກາດ ບໍ່ຄວນກິນ.
ເທັກນິກງ່າຍໆ ຄື ເມື່ອເປີດກະປ໋ອງແລ້ວ ກິນອາຫານບໍ່ເໝິດ, ຄວນຕັກອາຫານໃສ່ຖ້ວຍ ຫຼື ຈານ ເກັບໄວ້ ເພາະສານເຄືອບກະປອງຈະເຮັດປະຕິກິລິຍາກັບອາກາດ ແລະ ມີຜົນເສຍຕໍ່ອາຫານທີ່ຍັງຢູ່ໃນກະປ໋ອງ.

- ອາຫານໃສ່ຖົງ: ຄວນສັງເກດສະຖານທີ່ຂາຍວ່າ ສະອາດ ຫຼື ບໍ່, ສັງເກດພາຊະນະໃສ່ອາຫານມີສິ່ງປົກປິດ, ກັນແມງໄມ້ ແລະ ຝຸ່ນລະອອງ, ຜູ້ຂາຍແຕ່ງກາຍສະອາດຖືກຫຼັກອະນາໄມ ຫຼືບໍ່?
ເຕັກນິກງ່າຍໆ ຄື ອາຫານໃສ່ຖົງ ບໍ່ໄດ້ຜະລິດຢູ່ໃນໂຮງງານທີ່ປອດເຊື້ອ ຈຶ່ງບໍ່ຄວນເກັບໄວ້ດົນ. ດັ່ງນັ້ນ ຄວນຊື້ພໍແຕ່ກຸ້ມກິນພຽງແຕ່ 1-2 ຄາບ ກໍພໍແລ້ວ ແລະ ຄວນອຸ່ນອາຫານໃຫ້ຮ້ອນອີກຄັ້ງກ່ອນກິນ.